ບັນດາປະເທດສະມາຊິກ ອາຊຽນ ສະເຫຼີມສະຫຼອງ 46 ປີແຫ່ງວັນສ້າງຕັ້ງ ສະມາຄົມອາຊຽນ

ບັນດາປະເທດສະມາຊິກ ອາຊຽນ ສະເຫຼີມສະຫຼອງ 46 ປີແຫ່ງວັນສ້າງຕັ້ງ ສະມາຄົມອາຊຽນ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 02/08, ຢູ່​ນະຄອນຫຼວງ​ວຽງ​ຈັນ, ກະຊວງ​ການ​ຕ່າງປະ​ເທດ​ລາວ ​ໄດ້​ຈັດ​ຕັ້ງ​ການ​ຍ່າງ​ເນື່ອງ​ໃນ​ໂອ​ກາດສະ​ເຫຼີ​ມສະຫຼອງ 46 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ອາ​ຊຽນ ​ແລະ 16 ປີ​ແຫ່ງ​ວັນປະ​ເທດ​ລາວ​ ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອາ​ຊຽນ ຢ່າງ​ເປັນ​ທາງ​ການ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດລາວ ທອງລຸນ ສີ​ສຸ​ລິດ ​ໃຫ້​ຮູ້​ວ່າ ພາຍຫຼັງ 46 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ, ອາ​ຊຽນມີ​ບົດບາດ​ສຳຄັນຍິ່ງ ບໍ່​ພຽງ​ແຕ່​ຢູ່​ໃນ​ພາກ​ພື້ນ​ເທົ່າ​ນັ້ນ ຫາກຢູູ່​ໃນ​ທົ່ວ​ໂລກ​ອີກ​ດ້ອຍ. ​ເປັນ​ສະມາຊິກ​ຂອງ​ອາ​ຊຽນ, ລາວ ​ໃຫ້​ຄຳ​ໝັ້ນສັນຍາ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນພ້ອມ​ກັບ​ບັນດາ​ປະ​ເທດ​ໃນ​ກຸ່​ມຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຕ່າງໆ ​ເພື່ອ​ໃຫ້​ອາ​ຊຽນ ນັບ​ມື້​ນັບ​ເຂັ້ມ​ແຂງ, ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ຈຸດໝາຍ​ລວມຂອງ​ສະມາຄົມ, ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ​ພາຍ​ໃນ​ກຸ່ມ, ​ເພື່ອ​ສັນຕິພາບ, ສະ​ຖຽນລະ​ພາບ ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ​ຢູ່​ໃນ​ໂລກ.

        ​ແລະກໍ​ໃນ​ວັນ​ດຽວ​ກັບ, ກະຊວງ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ ​ໄດ້​ຈັດ​ພິທີ​ຊັກ​ທຸງ​ອາ​ຊຽນ​ເພື່ອສະ​ເຫຼີ​ມສະຫຼອງ 46 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະມາຄົມ​ອາ​ຊຽນ (08 ສິງຫາ 1976 – 08 ສິງຫາ 2013). ທີ່​ພິທີ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ Hamzah Zainudin ​ເນັ້ນ​ໜັກ​ເຖິງຄວາມ​ໝາຍ​ຂອງ​ພິທີ​ຊັກ​ທຸງ ​ແມ່ນ​ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນດາ​ຜົນງານ ​ແລະ ການ​ພັດທະນາ​ອັນ​ຕັ້ງໜ້າ​ຂອງ​ອາ​ຊຽນ, ຊຸກຍູ້​ການ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ອາ​ຊຽນ ​ໃນ​ມະຫາຊົນ, ພິ​ເສດ​ແມ່ນ​ລຸ່ນໜຸ່ມ.

ຂ່າວ/ບົດ​ອື່ນ