ປຸກລະດົມລາງວັນອາສາສະໝັກແຫ່ງຊາດປີ 2016

ປຸກລະດົມລາງວັນອາສາສະໝັກແຫ່ງຊາດປີ 2016 - ảnh 1
ພິທີປຸກລະດົມ​ລາງວັນ​ອາສາ​ສະໝັກ​ແຫ່ງ​ຊາດ​ປີ 2016

(vovworld) - ວັນ​ທີ 1/8, ຢູ່ ຮ່າ​ໂນ້ຍ, ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ສົມທົບ​ກັບ​ລາຍການ​ອາສາ​ສະໝັກ​ສະຫະ​ປະຊາ​ຊາດ (UNV) ຈັດ​ຕັ້ງພິທີປຸກລະດົມ​ລາງວັນ​ອາສາ​ສະໝັກ​ແຫ່ງ​ຊາດ​ປີ 2016. ນີ້​ແມ່ນ​ລາຍການ​ຖືກ​ຈັດ​ຕັ້ງ​ປະຈຳປີ, ​ເພື່ອ​ມອບ​ໃຫ້​ບັນດາ​ສ່ວນ​ບຸກຄົນ, ອົງການ​ຈັດ​ຕັ້ງ​ອາ​ສະໝັກ​ທີ່​ມີ​ການ​ອຸທິດ​ສ່ວນ ​ແລະ ຜົນງານ​ດີ​ເດັ່ນ​ໃນ​ວຽກ​ງານ​ອາສາ​ສະໝັກ​ເພື່ອ​ປະຊາ​ຄົມ, ປະກອບສ່ວນ​ເຂົ້າ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ​ລາງວັນ​ອາສາ​ສະໝັກ​ແຫ່ງ​ຊາດ​ປີ 2016 ​ເຊີດ​ຊູ ​ແລະ ມອບ​ລາງວັນ​ໃຫ້ 10 ອົງການ​ຈັດ​ຕັ້ງ ​ແລະ 10 ຄົນ ທີ່​ໄດ້​ອຸທິດ​ສ່ວນ ​ແລະ ມີ​ຜົນງານ​ດີ​ເດັ່ນ​ໃນ​ວຽກ​ງານອາສາ​ສະໝັກ​ເພື່ອ​ປະຊາ​ຄົມ, ປະກອບສ່ວນ​ເຂົ້າ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ຢູ່ ຫວຽດນາມ​ໃນ​ປີ 2016. ພິທີ​ມອບ​ລາງວັນອາສາ​ສະໝັກ​ແຫ່ງ​ຊາດ​ປີ 2016 ຄາດ​ວ່າ​ຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 5/12, ​ເນື່ອງ​ໃນ​ໂອກາດ​ວັນ​ອາສາ​ສະໝັກ​ສາກົນ​ຢູ່ ຮ່າ​ໂນ້ຍ, ຕິດ​ພັນ​ກັບ​ວັນ​ບຸນ​ອາສາ​ສະໝັກ​ແຫ່ງ​ຊາດ​ປີ 2016.

ຂ່າວ/ບົດ​ອື່ນ