ປຸກລະດົມວັນແລ່ນ Olympic ເພື່ອສຸຸຂະພາບທົ່ວປວງຊົນ, ການແຂ່ງຂັນແລ່ນ ໜັງສືພິມ ຮ່າໂນ້ຍ​ໃໝ່ເປີດກວ້າງ ແລ່ນເພື່ອສັນຕິພາບ 2025

(VOVWORLD) - ຕອນເຊົ້າວັນທີ 23 ມີນາ, ຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ຈັດການປຸກລະດົມວັນແລ່ນ Olympic  ເພື່ອສຸຂະພາບທົ່ວປວງຊົນ, ການແຂ່ງຂັນໜັງສືພິມ ຮ່າໂນ້ຍໃໝ່ເປີດກວ້າງຄັ້ງທີ 50 ເພື່ອສັນຕິພາບ 2025. 
ປຸກລະດົມວັນແລ່ນ Olympic ເພື່ອສຸຸຂະພາບທົ່ວປວງຊົນ, ການແຂ່ງຂັນແລ່ນ ໜັງສືພິມ ຮ່າໂນ້ຍ​ໃໝ່ເປີດກວ້າງ ແລ່ນເພື່ອສັນຕິພາບ 2025 - ảnh 1ການປຸກລະດົມວັນແລ່ນ Olympic 2025 (ພາບ: TTXVN)

ເຫດການໄດ້ຈັດຂຶ້ນເພື່ອແນໃສ່ມຸ່ງໄປເຖິງການສະເຫຼີມສະຫຼອງບັນດາວັນບຸນໃຫຍ່ໃນປີ 2025, ສະເຫຼີມສະຫຼອງ 79 ປີແຫ່ງວັນມູນເຊື້ອຂະແໜງກາຍະກຳກິລາ ຫວຽດນາມ (27/3/1946-27/3/2025), ມຸ່ງໄປເຖີງດານສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ສສ. ຫວຽດນາມ (2/9/1945-2/9/2025). ດ້ວຍການເຂົ້າຮ່ວມຕອບສະໜອງຂອງນັກກິລາ, ຄູຝຶກ, ພະນັກງານ ແລະ ປະຊາຊົນນະຄອນຫຼວງ ກ່ວາ 4000 ຄົນ ນີ້ແມ່ນເຫດການກິລາມູນເຊື້ອ, ມີຄວາມໝາຍປະກອບສ່ວນຍູ້ແຮງຂະບວນການອອກກຳລັງກາຍກິລາ ຢູ່ຮ່າໂນ້ຍ ຢ່າງແຮງ. ທີ່ເຫດການ, ບັນດານັກກິລາ, ຄູເຝີກ, ພະນັກງານ ແລະ ຊາວນະຄອນ ໄດ້ພ້ອມກັນແລ່ນຕອບສະໜອງຢູ່ບິ່ນອ້ອມໜອງຮ່ວາຍກຽມ, ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ