ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່​ນ​ແທັງ​ເໝິນ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ອົງ​ການກວດ​ສອບ​ແຫ່ງ​ລັດ ບັນ​ດາ​ປະ​ເທດ ອົງ​ກ​ານ​ຈັດ​ຕັ້ງ​ສາ​ກົນ

(VOVWORLD) - ອົງການກວດສອບແຫ່ງລັດ ຫວຽດນາມ ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ປະຊາຄົມອົງການກວດສອບແຫ່ງລັດສູງສຸດຂອງບັນດາປະເທດໃນໂລກ ແລະ ການເຄື່ອນໄຫວຂອງບັນດາອົງການກວດສອບສູງສຸດ(INTOSAI) 
ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່​ນ​ແທັງ​ເໝິນ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ອົງ​ການກວດ​ສອບ​ແຫ່ງ​ລັດ ບັນ​ດາ​ປະ​ເທດ ອົງ​ກ​ານ​ຈັດ​ຕັ້ງ​ສາ​ກົນ - ảnh 1ປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໃຫ້ການຕ້ອນຮັບຄະນະຜູ້ແທນອົງການກວດສອບແຫ່ງລັດ ບັນດາປະເທດ

ຕອນບ່າຍວັນທີ 9 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ກ່າວຄຳເຫັນທີ່ການຕ້ອນຮັບຄະນະຜູ້ແທນ, ການນຳບັນດາອົງການກວດສອບແຫ່ງລັດບັນດາປະເທດ, ອົງການຈັດຕັ້ງສາກົນ ມາຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງອົງການກວດສອບແຫ່ງລັດ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຢັ້ງຢືນວ່າ ການນຳສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະ ຕີລາຄາສູງ ບົດບາດຂອງອົງການກວດສອບແຫ່ງລັດ ຫວຽດນາມ ໃນການຍົກສູງປະສິດທິຜົນໃນການຄຸ້ມຄອງການເງິນ, ຊັບສິນສ່ວນລວມ, ພົບເຫັນ ແລະ ປັບໄໝລົງໂທດການລະເມີດ, ສະກັດກັ້ນການຮົ້ວໄຫຼ່ເສຍຫາຍຊັບສິນສ່ວນລວມ ແລະ ພິເສດແມ່ນປະກອບສ່ວນເຂົ້າໃນຄວາມໂປງໄສ, ເຊື່ອໝັ້ນຂອງພື້ນຖານການເງິນແຫ່ງຊາດ.

ໂດຍຕາງໜ້າໃຫ້ແກ່ຄະນຜູ້ແທນເຂົ້າຮ່ວມການພົບປະ, ທ່ານນາງ Tsakani Maluleke ຫົວໜ້າອົງການກວດສອບແຫ່ງລັດ ອາບຟຼິກກາໃຕ້  ເນັ້ນໜັກວ່າ ອົງການກວດສອບແຫ່ງລັດ ຫວຽດນາມ ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ປະຊາຄົມອົງການກວດສອບແຫ່ງລັດສູງສຸດຂອງບັນດາປະເທດໃນໂລກ ແລະ ການເຄື່ອນໄຫວຂອງບັນດາອົງການກວດສອບສູງສຸດ(INTOSAI) , ທ່ານນາງຢັ້ງຢືນການສະໜັບສະໜູນຂອງບັນດາອົງການຄືສະພາແຫ່ງຊາດຈະຊ່ວຍອົງການກວດສອບແຫ່ງລັດ ຫວຽດນາມ ມີແຫຼ່ງກຳລັງປະຕິບັດໜ້າທີ່, ຄວາມຮັບຜິດຊອບຂອງຕົນເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ