ປະທານາທິບໍດີ ລັດເຊຍ ແລະ ການນຳ ກູບາ ອວຍພອນທ່ານປະທານປະເທດ ໂຕເລີມ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່

(VOVWORLD) -ໃນສານອວຍພອນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເນັ້ນຫນັກເຖິງໝາກຜົນຂອງກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເປັນການຢັ້ງຢືນໃຫ້ເຫັນອິດທິພົນຊື່ສຽງດ້ານການເມືອງສູງຂອງທ່ານໂຕເລີມ 
ປະທານາທິບໍດີ ລັດເຊຍ ແລະ ການນຳ ກູບາ ອວຍພອນທ່ານປະທານປະເທດ ໂຕເລີມ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ - ảnh 1ທ່ານ ປະທານປະເທດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລີມ ກ່າວຄຳເຫັນໃນພິທີສາບານຕົວຮັບດຳລົງຕຳແຫນ່ງ. ພາບ:Dương Giang/TTXVN

ວັນທີ 3 ສິງຫາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສົ່ງສານອວຍພອນທ່ານ ປະທານປະເທດ ໂຕເລີມ ເນື່ອງໃນໂອກາດທ່ານໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ

ໃນສານອວຍພອນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເນັ້ນຫນັກເຖິງໝາກຜົນຂອງກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເປັນການຢັ້ງຢືນໃຫ້ເຫັນອິດທິພົນຊື່ສຽງດ້ານການເມືອງສູງຂອງທ່ານໂຕເລີມ ແລະ ແມ່ນພະຍານຫລັງຖານຮັບຮູ້ບັນດາການປະກອບສ່ວນຂອງທ່ານໃນການຮັບປະກັນໃຫ້ການພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ ແລະ ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມໃນເວທີສາກົນ.

ແລະກໍ່ໃນວັນທີ 3 ສິງຫາ, ທ່ານເລຂາທິການໃຫຍ່ຜູ້ທີຫນຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານປະເທດ Miguel Díaz-Canel Bermúdez ໄດ້ສົ່ງຄຳອວຍພອນ ໄປຍັງທ່ານ ປະທານປະເທດ ໂຕເລີມ ເນື່ອງໃນໂອກາດທ່ານໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ຢັ້ງຢືນ ຈະສືບຕໍ່ເຮັດໃຫ້ການພົວພັນອັນດີງາມລະຫວ່າງສອງພັກ ແລະ ປະຊາຊົນສອງປະເທດໃຫ້ດີງາມກວ່າອີກ. ບັນດາສື່ເອເລັກໂຕນິກທາງການຂອງກູບາ ລ້ວນແຕ່ຄັດສະເຫນີຄຳອວຍພອນຂອງທ່ານ Miguel Díaz-Canel Bermúdez ສົ່ງເຖິງທ່ານໂຕເລີມ.

ຕອບກັບ

ຂ່າວ/ບົດ​ອື່ນ