ທ່​ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທາ​ບໍ​ດີ ໂມ​ຊຳ​ບິກ Filipe Jacinto Nyusi ຢ່າງ​ເປັນ​ທາງ​ການ

(VOVWORLD) - ຕອນເຊົ້າວັນທີ 9 ກັນຍາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານ ປະທານາທາບໍດີ ໂມຊຳບິກ Filipe Jacinto Nyusi ຢ່າງເປັນທາງການ
ທ່​ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທາ​ບໍ​ດີ ໂມ​ຊຳ​ບິກ Filipe Jacinto Nyusi ຢ່າງ​ເປັນ​ທາງ​ການ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມເປັນປະທານພິທີຕ້ອນຮັບທ່ານປະທານາທາບໍດີ ໂມຊຳບິກ Filipe Jacinto Nyusi ຢ່າງເປັນທາງການ (ພາບ: TTVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ, ທ່ານປະທານາທາບໍດີ ໂມຊຳບິກ Filipe Jacinto Nyusi ແລະ ພັນລະນາ ໄດ້ມາຮອດຮ່າໂນ້ຍເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 8 – 10 ກັນຍາ. ຕອນເຊົ້າວັນທີ 9 ກັນຍາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານ ປະທານາທາບໍດີ ໂມຊຳບິກ Filipe Jacinto Nyusi ຢ່າງເປັນທາງການ

ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ປະທານາທິບໍດີ Filipe Jacinto Nyusi ຈະນຳໜ້າຄະນະຜູ້ແທນສອງປະເທດເຂົ້າຮ່ວມການເຈລະຈາ, ຕີລາຄາໝາກຜົນການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ, ພິຈາລະນາບັນດາທິດທາງຮ່ວມມືໃນໄລຍະຈະມາເຖິງ. ການນຳສອງທ່ານກໍ່ເປັນສັກຂີພິຍານ ພິທີລົງນາມເອກະສານຮ່ວມມືຫຼາຍສະບັບ.

ວັນທີ 8 ກັນຍາ, ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ໄດ້ຖະແຫຼງວ່າ ປະເທດນີ້ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອບັນລຸໄດ້ເປົ້າໝາຍຂອງບັ້ນການທະຫານຢູ່ເຂດກາຊາ.

ກ່າວຄຳເຫັນທີ່ກອງປະຊຸມສະໄໝສາມັນຂອງລັດຖະບານ ອິດສະລາແອັນ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ເນັ້ນໜັກວ່າ ໜ້າທີ່ຂອງວົງການເຈົ້າໜ້າທີ່ປະເທດນີ້ແມ່ນ “ມານະພະຍາຍາມບັນລຸໄດ້ບັນດາເປົ້າໝາຍຂອງສົງຄາມ”, ລວມມີ “ລົບລ້າງ ຮາມາດສ, ປ່ອຍຕົວປະກັນໝົດທຸກຄົນກັບຄືນເມືອປະເທດ, ຮັບປະກັນວ່າ ເຂດ ກາຊາ ຈະບໍ່ກາຍເປັນໄພນາບຂູ່ຂອງອິດສະລາແອັນ ໃນອະນາຄົດ”, ກໍ່ຄື “ພາປະຊາຊົນເຂດພາກເໜືອ ແລະ ພາກໃຕ້ກັບເມືອເຮືອນຢ່າງປອດໄພ”.

ຕອບກັບ

ຂ່າວ/ບົດ​ອື່ນ