ປ່ຽນ​ແປງ​ຈິນ​ຕະ​ນາ​ການ​ພັດ​ທະ​ນາ​ຢ່າງ​ຄົບ​ຊຸດ​ໃນ​ທຸກ​ຂົງ​ເຂດ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງຄະນະປະຈຳອະນຸກຳມະການຮັບເອົາ, ອະພິປາຍ ແລະ ເພີ່ມເຕີມເນື້ອໃນໂດຍກົມການເມືອງປະກອບຄຳເຫັນ ແລະ ຄຳເຫັນຂອງບັນດາຜູ້ແທນ ເພື່ອສ້າງຮ່າງບົດລາຍງານໃຫ້ສົມບູນແບບຕື່ມອີກບາດກ້າວໜຶ່ງ.
ປ່ຽນ​ແປງ​ຈິນ​ຕະ​ນາ​ການ​ພັດ​ທະ​ນາ​ຢ່າງ​ຄົບ​ຊຸດ​ໃນ​ທຸກ​ຂົງ​ເຂດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ 

ຕອນເຊົ້າວັນທີ 9 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫົວໜ້າອະນຸກຳມະບານເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ (ອະນຸກຳມະການເສດຖະກິດ - ສັງຄົມ) ເປັນປະທານກອງປະຊຸມຂອງຄະນະປະຈຳລັດຖະບານກັບ ຄະນະປະຈຳອະນຸກຳມະການເສດຖະກິດ - ສັງເກດເພື່ອປະກອບຄຳເຫັນໃສ່ຮ່າງບົດລາຍງານຕີລາຄາ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມໄລຍະ 10 ປີ 2021 – 2030, ທິດທາງ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ 5 ປີ 2026 – 2030.

ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງຄະນະປະຈຳອະນຸກຳມະການຮັບເອົາ, ອະພິປາຍ ແລະ ເພີ່ມເຕີມເນື້ອໃນໂດຍກົມການເມືອງປະກອບຄຳເຫັນ ແລະ ຄຳເຫັນຂອງບັນດາຜູ້ແທນ ເພື່ອສ້າງຮ່າງບົດລາຍງານໃຫ້ສົມບູນແບບຕື່ມອີກບາດກ້າວໜຶ່ງ, ຂໍ້ຄຳເຫັນຈາກກົມການເມືອງ, ຍື່ນສະເໜີຕໍ່ກອງປະຊຸມສູນກາງພັກຄັ້ງທີ 10 ຈະມາເຖິງ ເພື່ອຂໍຄຳເຫັນໃນກອງປະຊຸມໃຫຍ່ຶງຄະນະພັກທຸກຂັ້ນ, ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ.

ຕອບກັບ

ຂ່າວ/ບົດ​ອື່ນ