ປະທານາທິບໍດີ ອາບການິດສຖານ ຢ້ຽມຢາມອິນເດຍ

ປະທານາທິບໍດີ ອາບການິດສຖານ ຢ້ຽມຢາມອິນເດຍ - ảnh 1
ທ່ານ​ປະທານາທິບໍດີ​ອາບ​ກາ​ນິດ​ສຖານ Hamid Karzai
(ພາບ: AFP)

(vovworld) -     ວັນ​ທີ 9/11, ທ່ານ​ປະທານາທິບໍດີ​ອາບ​ກາ​ນິດ​ສຖານ Hamid Karzai ​ໄດ້​ເດີນທາງ​ໄປ​​ເຖິງ​ນະຄອນ Mumbai, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ອິນ​ເດຍ ​ເປັນ​ເວລາ 4 ວັນ. ​ໃນ​ການ​ຢ້ຽຢາມ, ທ່ານ Karzai ​ຈະ​ປຶກສາ​ຫາລື​ກັບ​ບັນດາ​ການ​ນຳ​ອິນ​ເດຍ ກ່ຽວ​ກັບ​ສະພາບ​ການຄວາມໝັ້ນຄົງໃນ​ພາກ​ພື້ນ, ສຳ​ຫຼວດ​ວິທີ​ການ​ເພື່ອ​ເພີ່ມ​ທີ​ວີ​ການ​​ເຂົ້າ​ໃນ​ຂອງ New Delhi ​ເຂົ້າ​ໃນ​ວິວັດ​ກາ​ນກໍ່ສ້າງປະ​ເທດ​ ອາບ​ກາ​ນິດ​ສຖານ ​ຄືນ​ໃໝ່. ຕາມ​​ແຜນການ​ແລ້ວ,​ ວັນ​ທີ 12/11, ທ່ານ Karzai ຈະ​ມີ​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ Manmohan Singh ກ່ຽບກັບ​ບັນດາ​ບັນຫາ, ​ໃນ​ນັ້ນ​ມີ​ເລື່ອງ​ຮັບປະກັນ​ຄວາມ​ປອດ​ໄພ​​ໃຫ້ພົນລະ​ເມືອງ ​ແລະ ຊັບ​ສົມບັດຂອງ​ອິນ​ເດຍ ຢູ່​ອາບ​ກາ​ນິດ​ສຖານ, ບົດບາດ​ຂອງ​ອິນ​ເດຍ ​ໃນ​ເລື່ອງ“ຊ່ວຍ​ປາ​ກິດສຖານ ບຳລຸງ​ສ້າງ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະຫງົບ. ທ່ານ​ກໍຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໂດຍ​ສະຫະພັນ​ອຸດສາຫະກຳ​ອິນ​ເດຍ ​ແລະ ບັນດາ​ອົງການ​ການ​ຄ້າ ຈັດ​ຕັ້ງ​ຂຶ້ນ​ຢູ່ Mumbai, ພົບ​ປະ​ກັບ​ບັນດາ​ການ​ນຳ​ວິ​ສາ​ຫະກິດ​ອິນ​ເດຍ ​ເພື່ອ​ຊອກ​ຫາ​ການ​ລົງທຶນ​ໃຫ້​ອາບ​ກາ​ນິດ​ສຖານ.

ຂ່າວ/ບົດ​ອື່ນ