ຜັນຂະຫຍາຍການ ປະຕິບັດລັດຖະທຳມະນູນ ຢ່າງທັນການ, ຄົບຊຸດ ແລະ ມີປະສິດທິຜົນ

ຜັນຂະຫຍາຍການ ປະຕິບັດລັດຖະທຳມະນູນ ຢ່າງທັນການ, ຄົບຊຸດ ແລະ ມີປະສິດທິຜົນ - ảnh 1
ວາລະປະຊຸມຄັ້ງທີ 23 ຄະນະປະຈຳສະພາແຫ່ງຊາດ
(ພາບ: Nhan Sáng/TTXVN)


(vovworld) – ​ໂດຍ​ສືບ​ຕໍ່​ວາລະ​ປະຊຸມ​ຄັ້ງ​ທີ 23, ຕອນ​ເຊົ້າ​ວັນ​ທີ 24/12, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​​ປະກອບ​ຄຳ​ເຫັນ​ໃສ່​ແຜນ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປະ​ເທດ ສສ ຫວຽດນາມ ​ແລະ ຮ່າງ​ບົດ​ລາຍ​ງານ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສະຫລຸບ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ສະພາ​ແຫ່ງ​ຊາດ​ປີ 2001. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເປັນ​ປະທານ​ວາລະ​ປະຊຸມ.

    ​ໃບ​ສະ​ເໜີ​ຂອງ​ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ​ຊີ້​ແຈ້ງ​ວ່າການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ລັດຖະທຳ​ມະນູນ​ຕ້ອງ​ຮັບປະກັນ​ໂຄສະນາ, ​ເຜີຍ​ແຜ່​​ເນື້ອ​ໃນຈິດ​ໃຈເຖິງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຢ່າງ​ເລິກ​ເຊິ່ງ ​ແລະ ກ້ວາງ​ຂວາງ; ຮັບປະກັນ​​​ການ​ປະຕິບັດລັດຖະທຳ​ມະນູນ​ໃນ​ທຸກໆ​ຂົ​ງ​ເຂດ​ຂອງ​ຊີວິດ​ສັງຄົມ​ຢ່າງ​ເຂັ້ມ​ງວດ. ຕາມ​ບັນດາ​ກຳມາ​ການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​​ແລ້ວ,  ລັດຖະທຳ​ມະນູນຈະມີ​ຜົນ​ສັດ​ສິດ​ນັບແຕ່​ວັນ​ທີ 1/1/2014 ​ເປັນ​ຕົ້ນ​ໄປ, ດັ່ງ​ນັ້ນ​ບັນດາ​ເອກະສານ​ຝືນ​ກັບ​ລັດຖະທຳ​ມະນູນ​ຕ້ອງ​ໄດ້​ຮັບ​ການ​ລົບ​ລ້າງ​ໃນ​ທັນທີ.

    ກ່ຽວ​ກັບ​ວຽກ​ງານ​ໂຄສະນາ​ເຜິ​ຍ​ແຜ່​ການ​ປະຕິບັ​ດລັດຖະທຳ​ມະນູນ​ສະ​ບັບປັບປຸງ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ່ອງ, ປະກອບ​ຄຳ​ເຫັນ​ວ່າ:

    “ຄວນ​ມີ​ມະຕິ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ແຜນການ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ປະຕິບັດ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ. ຄວນ​ຈັດ​ຕັ້ງ​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ເພື່ອ​ຊາບ​ຊຶມ, ຮັບ​ເອົາ. ຢູ່​ທ້ອງ​ຖີ່​ນແມ່ນ​ຄວາມ​ຮັບຜິດຊອບ​ຂ​ອງຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ, ທົ່ວ​ລະ​ບົບການ​ເມືອງ​ຕ້ອງເຂົ້າ​ຮ່ວມ​ເພື່ອ​​ໂຄສະນາ​ເຜິ​ຍ​ແຜ່​ລັດຖະທຳ​ມະນູນ”

    ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງຖື​ວ່າ: ມີ 2 ວິທີ​ເພື່ອ​ໂຄສະນາ, ທີ 1 ​ແມ່ນ ​ໂຄສະນາ​ຢ່າງ​ເປັນ​ທາງ​ການ​ໂດຍ​ຄະນະ​​ໂຄສະນາ​ສຶກສາ​ຈັດ​ຕັ້ງ​ຜັນ​ຂະຫຍາຍ, ທີ 2 ​ແມ່ນ​ໂຄສະນາ​ຜ່ານ​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ພາຫະນະ​ສື່​ມວນ​ຊົນ. ​ເລື່ອງ​ໂຄສະນາ​ຄວນ​ສຸ​ມ​ໃສ່​ຊີ້​​ແຈ້ງ​ລັກສະນະ​ສືບ​ທອດ, ຈຸດ​ໃໝ່​ຂອງ​ລັດຖະທຳ​ມະນູນ ​ແລະ ​ໂຄສະນາ​ຢ່າງ​ກ້ວາງ​ຂວາງ​ເພື່ອ​ຜັນ​ຂະຫຍາຍ​ພຸມ​ປັນຍາ​ທົ່ວ​ປວງ​ຊົນ​ທັງ​ຊາດ.

ຂ່າວ/ບົດ​ອື່ນ