ພິທີ “ເຊີດຊູລູກຫຼານເຈົ້າຊີວິດຮຸ່ງ ໃນທົ່ວໂລກປີ 2020”

(VOVWORLD) -ຄະນະຈັດຕັ້ງໄດ້ເຊີດຊູ ແລະ ມອບ 35 ລາງວັນໃຫ້ບັນດານັກປະພັນທີ່ຍາດໄດ້ລາງວັນໃນການເສັງກ່ຽວກັບວັນບູຊາເຈົ້າຊີວິດຮຸ່ງລະດັບຊາດຫວຽດນາມ ທົ່ວໂລກທາງອອນລາຍ ປີ 2020.

ພິທີ “ເຊີດຊູລູກຫຼານເຈົ້າຊີວິດຮຸ່ງ ໃນທົ່ວໂລກປີ 2020” - ảnh 1ພິທີ “ເຊີດຊູລູກຫຼານເຈົ້າຊີວິດຮຸ່ງ ໃນທົ່ວໂລກປີ 2020”

(ພາບ: TTXVN)

ພິທີ “ເຊີດຊູລູກຫຼານເຈົ້າຊີວິດຮຸ່ງ ໃນທົ່ວໂລກປີ 2020” ຖືກດຳເນີນໃນຕອນຄ່ຳວັນທີ 07 ກໍລະກົດ, ດ້ວຍສະຖານທີ່ຖ່າຍຖອດຫຼັກຢູ່ຮ່າໂນ້ຍ ແລະ ມີການເຊື່ອມຕໍ່ກັບກັບ 10 ສະຖານທີ່ຢູ່ 10 ປະເທດ (ຕາງໜ້າໃຫ້ 5 ທະວີບ).

        ໃນຂອບເຂດຂອງພິທີ, ຄະນະຈັດຕັ້ງໄດ້ເຊີດຊູ ແລະ ມອບ 35 ລາງວັນໃຫ້ບັນດານັກປະພັນທີ່ຍາດໄດ້ລາງວັນໃນການເສັງກ່ຽວກັບວັນບູຊາເຈົ້າຊີວິດຮຸ່ງລະດັບຊາດຫວຽດນາມ ທົ່ວໂລກທາງອອນລາຍ ປີ 2020. ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານຮອງສາດສະດາຈານ, ປະລິນຍາເອກ ລິວວັນອານ, ຮອງຫົວໜ້າຄະນະຈັດຕັ້ງວັນບູຊາເຈົ້າຊີວິດຮຸ່ງລະດັບຊາດຫວຽດນາມ ທົ່ວໂລກທາງອອນລາຍ, ຢືນຢັນວ່າ.

        “ໝາກຜົນຂອງການເສັງແມ່ນພະຍານຫຼັກຖານໃຫ້ແກ່ອາລົມຈິດຄວາມຮັກແພງ ແລະ ນ້ຳໃຈຂອງປະຊາຊົນ, ຊາວຫວຽດນາມ ອາໄສຢູ່ໃນໂລກ ໃນເວລາຖືກຜົນສະທ້ອນຈາກໂລກລະບາດໂຄວິດ- 19, ເປັນການສະແດງໃຫ້ເຫັນຄວາມໝາຍທີ່ສັກກະລະບູຊາຂອງພໍ່ແມ່ປະຊາຊົນ, ສະແດງໃຫ້ເຫັນເຈດຈຳນົງແຫ່ງຄວາມສາມັກຄີ ແລະ ພະລັງຈິດໃຈຂອງຊາດຫວຽດນາມ “ເຖິງວ່າໄປຢູ່ໃສ, ອາໄສຢູ່ແຫ່ງຫົນໃດກໍ່ບໍ່ລືມວັນບູຊາເຈົ້າຊີວິດຮຸ່ງ ວັນທີ 10 ເດືອນ 3 (ໄລ່ຕາມຈັນທະປະຕິທິນ)”.

ຕອບກັບ

ຂ່າວ/ບົດ​ອື່ນ