ພິທີປະດັບຫລຽນໄຊຂອງພັກ ແລະ ລັດລາວ

ພິທີປະດັບຫລຽນໄຊຂອງພັກ ແລະ ລັດລາວ - ảnh 1
ພາບ:baobacgiang.com.vn


(vovworld)- ຕອນເຊົ້າວັນທີ 29/12 ຢູ່ ສຳນັກງານຄະນະພົວພັນຕ່າງປະເທດສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ, ທ່ານ ທອງ​ລຸນ ສີ​ສຸ​ລິດ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ຫົວຫນ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ, ລັດຖະມົນຕີ​​ການ​ຕ່າງປະ​ເທດ ​ໄດ້​ຕາງ​ຫນ້າ​ໃຫ້​ພັກ, ລັດ​ລາວ ປະດັບ​ຫລຽນ​ໄຊ​ອິດສະຫລະ​ຊັ້ນ​ຫນຶ່ງ​ໃຫ້​ແກ່ 4 ​ແຂວງ ຄື: ບັກ​ຢາງ, ຮ່ວາ​ບິ່ງ, ຟູ​ທໍ້ ​ແລະ ຕວຽນ​ກວາງ;​ ປະດັບ​ຫລຽນ​ໄຊ​ອິດສະຫລະ​ຊັ້ນ​ສອງ​ໃຫ້​ແກ່​ທ່ານ ຮ່ວາງ​ບີ່​ງກວນ ກຳມະການ​ສູນ​ກາງ​ພັກ, ຫົວຫນ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ, ປະດັບ​ຫລຽນ​ໄຊ​ອິດສະຫລະ​ຊັ້ນ​ສາມ, ຫລຽນ​ໄຊ, ຫລຽນ​ກາ​ມິດຕະພາບ​ໃຫ້​ແກ່​ໝູ່​ຄະນະ ​​ແລະ ສ່ວນ​ບຸກຄົນ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ເນື່ອງ​ໃນ​ໂອກາດ​ສະ​ເຫ​ລີ​ມສະຫລອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ​ແລະ 35 ປີ​ແຫ່ງ​ວັນ​ລົງ​ນາມ​ໃນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ ​ແລະ ລາວ. ທ່ານ​ທອງ​ລຸນ​ສິສຸ​ລິດ ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຜົນງານ ​ແລະ ການ​ປະກອບສ່ວນ​ຂອງ​ບັນດາ​ແຂວງ​ກໍ​ຄື​ໝູ່​ຄະນະ, ສ່ວນ​ບຸກຄົນ​ພະນັກງານ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ໄດ້​ມີ​ການ​ປະກອບ​ສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປຊຊ ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ