ພິທີສະເຫລີມສະຫລອງ65ປີແຫ່ງວັນມູນເຊື້ຶ້ອສະຖາບັນການເມືອງແຫ່ງຊາດໂຮ່ຈິມີນ

ພິທີສະເຫລີມສະຫລອງ65ປີແຫ່ງວັນມູນເຊື້ຶ້ອສະຖາບັນການເມືອງແຫ່ງຊາດໂຮ່ຈິມີນ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ກ່າວ​ຄ​ຳ​ເຫັນ​ທີ່​ພິ​ທີ
ພາບ:baomoi.com

(vovworld)- ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສ​ະ​ເຫລີມ​ສະ​ຫລອງ 65 ປີ​ແຫ່ງວັນ​ມູນ​ເຊື້ອ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ໂຮ່​ຈິ​ມີນ ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 24/9 ຢູ່ ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເນັ້ນ​ຫນັກ​ວ່າ: ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ໂຮ່​ຈິ​ມີນ ແມ່ນ​ສູນ​ບຳ​​ລຸງ​ສ້າງ​ພະ​ນັກ​ງານແຫ່ງ​ຊາດ​ກ່ຽວ​ກັບ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານ​ຄຸ້ມ​ຄອງ ແລະ ແມ່ນ​ສູນ​ແຫ່ງ​ຊ​າດ​ກ່ຽວ​ກັບ​ການ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ທິດ​ສະ​ດີ​ການ​ເມືອງ​ຂອງ​ພັກ ແລະ​ລັດ, ມີ​ບົດ​ບາດ​ສຳ​ຄັນ, ມີ​ການ​ປະ​ກອບສ່ວນ​ຫລາຍ​ຢ່າງ​ເຂົ້າ​ໃນ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ຊາດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຊີ້​ແຈ້ງວ່າ:

        “ພັກ ແລະ ລັດ ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ​ສະ​ຖາ​ບັນ ແລະ ບັນ​ດາ​ຜົນ​ງານ​ຊື່ງ​ສະ​ຖາ​ບັນ​ບັນ​ລຸ​ໄດ້. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະ​ຖາ​ບັນ ຕ້ອງ​ປະ​ຕິ​ບັດ​ໃຫ້​ໄດ້​ບົດ​ບາດ​ແມ່ນ​ສູນ​ແຫ່ງ​ຊາດ​ບຳ​ລຸງ​ສ້າງ​ພະ​ນັກ​ງານ​ຄຸ້ມ​ຄອງ​ຫລັກ​ແຫລ່ງ​ຊັ້ນ​ກາງ, ຊັ້ນ​ສູງ, ພະ​ນັກ​ງານ​ວິ​ທະ​ຍາ​ສາດ​ທິດ​ສະ​ດີ​ການ​ເມືອງ​ຂອງ​ພັກ, ລັດ, ແນວ​ໂຮມ​ປະ​ເທດ​ຊາດ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ການ​ເມືອງ​ສັງ​ຄົມ.”

        ເນື່ອງ​ໃນ​ໂອ​ກາດນີ້, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ໂຮ່​ຈິ​ມີນ ເປັນ​ກຽດ​ໄດ້​ຮັບ​ຫລຽນ​ໄຊ​ໂຮ່​ຈິ​ມີນ ຄັ້ງ​ທີ 2 ໂດຍ​ພັກ ແລະ ລັດ​ມອບ​ໃຫ້.

 

 

 

 

ຂ່າວ/ບົດ​ອື່ນ