ພິທີໂຮມຊຸມນຸມມິດຕິງ ລະດັບຊາດເພື່ອຕອບສະໜອງວັນນ້ຳສາກົນ

ພິທີໂຮມຊຸມນຸມມິດຕິງ ລະດັບຊາດເພື່ອຕອບສະໜອງວັນນ້ຳສາກົນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຮ່ວາງ​ຈຸ​ງຫາຍກ່າວ​ຄຳ​ເຫັນ​ທີ່​ພິທີໂຮມຊຸມນຸມມິດຕິງ ລະດັບຊາດ​ເພື່ອ​ຕອບ​ສະໜອງ​ວັນ​ນ້ຳ​ສາກົນ
(ພາບ: baomoi.com)

(vovworld)- ດ້ວຍ​ຫົວ​ເລື່ອງ “ ນ້ຳ ແລະ ພະລັງງານ” ພິທີໂຮມຊຸມນຸມມິດຕິງ ລະດັບຊາດ​ເພື່ອ​ຕອບ​ສະໜອງ​ວັນ​ນ້ຳ​ສາກົນໄດ້​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 21/3 ຢູ່​ນະຄອນ ລາຍ​ເຈົາ ​ແຂວງ ລາຍ​ເຈົາ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ພະນັກງານ​ກຳມະກອນ, ກຳລັງ​ປະກອບ​ອາວຸດ, ນັກຮຽນ ​ແລະ ປະຊາຊົນ​ໃນ​ບໍລິ​ເວນ​ນະຄອນ ລາຍ​ເຈົາລວມປະມານ​ກວ່າ 3.500 ຄົນ.

   ກ່າວ​ຄຳ​ເຫັນ​ທີ່​ພິທີ​ດັ່ງກ່າວ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຮ່ວາງ​ຈຸ​ງຫາຍ​ໄດ້​ສະ​ເໜີ​ບັນດາທ້ອງ​ຖິ່ນຄວນ​ເພີ່ມ​ທະວີ​ວຽກ​ງານ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປ່າ, ປົກປັກຮັກສາ​ສິ່ງ​ແວດ​ລ້ອມ, ປົກປັກຮັກສາ​​ແຫຼ່ງນ້ຳ ​ແລະ ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ​ແຫ່ງ​ຊາດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງ​ຈຸ​ງຫາຍ​​ເນັ້ນ​ໜັກ​ວ່າ :

    “ ​ແຕ່ລະ​ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ພໍ່​ແມ່​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ຈົ່ງ​ເສີມ​ຂະຫຍາຍ​ຂໍ້​ລິ​ເລີ່​ມ ​ແນໃສ່ຄຸ້ມ​ຄອງ, ຂຸດ​ຄົ້ນ ​ແລະ ນຳ​ໃຊ້ນ້ຳ ແລະ ພະລັງງານຢ່າງ​ມີ​ປະສິດທິ​ຜົນ​ ​ແລະ ມີ​ຄວາມ​ປະຢັດ. ພ້ອມ​ກັນ​ຮ່ວມ​ມື​ເພື່ອ​ຫຼຸດຜ່ອນ​ຄວາມ​ເສຍ​ຫາຍລົງ​ໃນ​ລະດັບ​ຕ່ຳ​ສຸດ​ຍ້ອນນ້ຳ​ກໍ່​ຂຶ້ນ, ຫຼຸດຜ່ອນ​ຄວາມ​ສ່ຽງ​ໄພ​ທຳ​ມະ​ຊາດ, ມົນ​ລະພິດ​ສິ່ງ​ແວ​ດລ້ອມ, ປະກອບສ່ວນ​ເຂົ້າ​ໃນ​ກິດຈະການ​ລົບ​ລ້າງຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ນຳ​ມາ​ເຊິ່ງຄວາມ​ຍຸຕິ​ທຳ​ສັງຄົມ ​ແລະ ພັດທະນາ​ເສດຖະກິດ ”

    ວັນ​ນ້ຳ​ສາກົນປີ​ນີ້ ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກ​ຄຸ້ມ​ຄອງ, ວິ​ສາ​ຫະກິດ, ນັກ​ວິທະຍາສາດ.....​ແບ​່ງປັນ​ບັນດາ​ຂໍ້​ລິ​ເລີ່​ມ, ບັນດາ​ວິທີ​ການແກ້​ໄຂບັນດາ​ບັນຫາ​ທີ່​ກ່ຽວ​ຂອ້ງ​ເຖິງນ້ຳ ແລະ ພະລັງງານ.

ຂ່າວ/ບົດ​ອື່ນ