ພາກ​ກາງ ຮີບ​ເຮັ່ງ​ຮັບ​ມື​ກັບ​ຄວາມ​ດັນ​ອາ​ກາດ​ຕ່ຳ ທີ່​ອາດ​ຈະ​ເພີ່ມ​ລະ​ດັບ​ຄວາມ​ແຮງ​ກາຍ​ເປັນ​ພາ​ຍຸ

(VOVWORLD) -  ຕໍ່ໜ້າການຜັນແປຢ່າງສັບສົນຂອງຄວາມດັນອາກາດຕ່ຳ ທີ່ອາດຈະເພີ່ມລະດັບຄວາມແຮງກາຍເປັນພາຍຸ, ສົ່ງຜົນກະທົບໂດຍກົງຕໍ່ພາກກາງ ຫວຽດນາມນັ້ນ, ບັນດາແຂວງ ຈາກກວ໋າງບິ່ງ ເຂົ້າໄປ ກວ໋າງນາມ ໄດ້ເປັນເຈົ້າການຜັນຂະຫຍາຍຫຼາຍວິທີການຮັບມື.
ພາກ​ກາງ ຮີບ​ເຮັ່ງ​ຮັບ​ມື​ກັບ​ຄວາມ​ດັນ​ອາ​ກາດ​ຕ່ຳ ທີ່​ອາດ​ຈະ​ເພີ່ມ​ລະ​ດັບ​ຄວາມ​ແຮງ​ກາຍ​ເປັນ​ພາ​ຍຸ - ảnh 1ບັນດາແຂວງພາກກາງ ຫວຽດນາມ ເປັນເຈົ້າການປ້ອງກັນ, ຮັບມືກັບພາຍຸ (ພາບ: TTXVN)

ນັບແຕ່ຕອນບ່າຍວັນທີ 18 ກັນຍາ, ຢູ່ແຂວງ ກວ໋າງບິ່ງ, ບັນດາຍານພາຫະນະຄືກ່ຳປັ່ນ, ເຮືອ ໄດ້ເຄື່ອນຍ້າຍໄປຍັງບ່ອນປອດໄພ. ເພື່ອເປັນເຈົ້າການຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານ, ຮັບມືກັບຄວາມດັນອາກາດຕ່ຳ, ກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງ ກວ໋າງບິ່ງ ໄດ້ມີການຊີ້ນຳຢ່າງທັນການເຖິງບັນດາກົມກອງ ສືບຕໍ່ຕິດຕາມສະພາບການໃນບໍລິເວນຢ່າງໃກ້ຊິດ, ກຳແໜ້ນສະພາບການຜັນແປຂອງອາກາດ, ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ສຳຫຼວດກວດກາບັນດາແຜນການ, ພິເສດ, ເປັນເຈົ້າການຍົກຍ້າຍປະຊາຊົນຢູ່ບັນດາໝູ່ບ້ານເຂດຊາຍແດນທີ່ຢູ່ໃກ້ໂນນພູທີ່ມີຄວາມສ່ຽງເກີດດິນເຊາະເຈື່ອນ, ນ້ຳໄຫຼຊຸ ໄປຍັງບ່ອນທີ່ປອດໄພ; ກວດກາ ແລະ ເພີ່ມປະລິມານສະບຽງອາຫານສຳຮອງຕື່ມອີກ...

        ໃນວັນທີ 19 ກັນຍານີ້, ພະແນກສຶກສາ ແລະ ບຳລຸງສ້າງແຂວງ ກວ໋າງນາມ ກໍໄດ້ໃຫ້ນັກຮຽນພັກຮຽນ.


ຕອບກັບ

ຂ່າວ/ບົດ​ອື່ນ