ຟີ​ລິບ​ປິນ​ມີ​ຜູ້​ເສຍ​ຊີ​ວິດ 389 ຄົນ​ຍ້ອນພາ​ຍຸ Rai

(VOVWORLD) -ທ່ານນາງ Maria Rosaria Vergeire ຮອງລັດຖະມົນຕີກະຊວງສາທາລະນະສຸກ ຟີລິບປິນ, ຮຽກຮ້ອງໃຫ້ປະຊາຊົນດັ່ງກ່າວຕ້ອງປະຕິບັດມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເປັນຢ່າງດີ. 
ຟີ​ລິບ​ປິນ​ມີ​ຜູ້​ເສຍ​ຊີ​ວິດ 389 ຄົນ​ຍ້ອນພາ​ຍຸ Rai - ảnh 1ພາບປະກອບ: AFP

ຕາມຕົວເລກຂອງສະພາຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດແຫ່ງຊາດ ຟີລິບປິນ, ໄລ່ຮອດວັນທີ 27 ທັນວາ, ຈຳນວນຜູ້ເສຍຊີວິດໃນເຫດພາຍຸ Rai ຢູ່ ຟີລິບປິນ ໄດ້ຂຶ້ນເຖິງ 389 ຄົນ, 64 ຄົນຫາຍສາບສູນ ແລະຈຳນວນ 1.146 ຄົນທີ່ຮັບບາດເຈັບ. ພາຍຸ Rai ໄດ້ພັດເຂົ້າຟີລິບປິນ ຄັ້ງທຳອິດໃນວັນທີ 16 ທັນວາ, ຝົກຕົກໜັກ ແລະ ແຮງລົມຂຶ້ນເຖິງ 168 ກີໂລແມັດ/ຊົ່ວໂມງ, ເທົ່າກັນກັບພາຍຸລະດັບ 5. ພາຍຫຼັງພັດເຂົ້າຟີລິບປິນມາເປັນ 8 ຄັ້ງ, ພາຍຸໄດ້ ພັດເຮືອນຊານຫຼາຍຫຼັງ, ຄົມມະນາຄົມ ຢູ່ແຂວງທາງພາກກາງ ແລະ ພາກໃຕ້ ຟີລິບປິນ ຖືກຕັດຂາດ, ເຮັດໃຫ້ເກີດນ້ຳຖ້ວມ, ດິນເຊາະເຈື່ອນ ແລະ ມີປະຊາຊົນ ກ່ວາ 7 ລ້ານຄົນ ຕ້ອງປະຊະເຮືອນຊານເພືອຍົກຍ້າຍໄປບ່ອນທີ່ປອດໄພ.

ທ່ານນາງ Maria Rosaria Vergeire ຮອງລັດຖະມົນຕີກະຊວງສາທາລະນະສຸກ ຟີລິບປິນ, ຮຽກຮ້ອງໃຫ້ປະຊາຊົນດັ່ງກ່າວຕ້ອງປະຕິບັດມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເປັນຢ່າງດີ. ພາຍຸລູກນີ້ ໄດ້ກໍ່ຜົນເສຍຫາຍເຖິງ ຫ້ອງວິໄຈຫາເຊື້ອໂຄວິດ - 19 ແມ່ນ 62 ຫ້ອງ ແລະ ບໍ່ສາມາດຮັກສາວັກຊິນກັນໂຄວິດ - 19 ນັບພັນໂດສ ຍ້ອນໄຟຟ້າດັບ. ທ່ານປະທານາທິບໍດີ ຟີລິບປິນ Rodrigo Duterte ຮັບປະກັນວ່າ ລັດຖະບານ ຈະສະໜອງການໜູນຊ່ວຍໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຈາກພາຍຸດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ