ມີຫລາຍຈຸດໃຫມ່ທີ່ງານມະໂຫລານຮູບເງົາຫວຽດນາມຄັ້ງທີ20

(VOVWORLD) -ດ້ວຍຫົວເລື່ອງ “ສ້າງພື້ນຖານອຸດສາຫະກຳຮູບເງົາທັນສະໄຫມ ແລະ ມະນຸດສາດ”, ງານມະໂຫລານປີນີ້ ດຳເນີນແຕ່ວັນທີ 24-28 ພະຈິກ ຢູ່ ນະຄອນ ດາຫນັງ ດ້ວຍເຫດການຫລາຍຢ່າງທີ່ດູດດື່ມ. 
 ມີຫລາຍຈຸດໃຫມ່ທີ່ງານມະໂຫລານຮູບເງົາຫວຽດນາມຄັ້ງທີ20 - ảnh 1 ການປະຊຸມຂ່າວກ໋ຽວກັບງານມະໂຫລານຮູບເງົາຫວຽດນາມຄັ້ງທີ 20

ງານມະໂຫລານຮູບເງົາຫວຽດນາມຄັ້ງທີ 20 ແມ່ນການເຄື່ອນໄຫວໃຫຍ່ຂອງຮູບເງົາ ຫວຽດນາມ ເພື່ອແນໃສ່ຍ້ອງຍໍບັນດາຜະລິດຕະພັນຮູບເງົາເຂັ້ມຂົ້ນໄປດ້ວຍສີສັນຊາດ, ມີລັກສະນະວັດທະນະທຳມະນຸດ, ມີຫົວຄິດປະດິດສ້າງ ໄດ້ຮັບການຜະລິດພາຍຫລັງງານມະໂຫລານຄັ້ງທີ 9 ປີ 2015. ທ່ານນາງ ໂງເຟືອງລານ, ຫົວຫນ້າກົມຮູບເງົາ ໃຫ້ຮູ້ວ່າ:

        “ປີນີ້ ຄຽງຂ້າງງານມະໂຫລານຮູບເງົາຫວຽດນາມ, ພວກເຮົາຈະເປີດກວ້າງຂອບເຂດ ໃນນັ້ນ ມີການມອບລາງວັນໃຫ້ຮູບເງົາ ອາຊຽນ. ພວກຂ້າພະເຈົ້າຈະເຊີນຄະນະກຳມະການ ຊື່ງເຂົາເຈົ້າບໍ່ນອນໃນພາກພື້ນ ອາຊຽນ ແລະ ກວດບັນດາຮູບເງົາພົ້ນເດັ່ນຂອງບັນດາປະເທດ ອາຊຽນ. ແຕ່ລະປະເທດມີຮູບເງົາເລື່ອງຫນຶ່ງ ແລະ ການມອບລາງວັນ ແລະ ອັດງານມະໂຫລານຈະອັດລົງໃນວັນທີ 28 ພະຈິກ.”

ຕອບກັບ

ຂ່າວ/ບົດ​ອື່ນ