ມີເອກະສານຕື່ມອີກກ່ຽວກັບອະທິປະໄຕຂອງຫວຽດນາມສຳລັບໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ

ມີເອກະສານຕື່ມອີກກ່ຽວກັບອະທິປະໄຕຂອງຫວຽດນາມສຳລັບໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ - ảnh 1
ແຜນ​ທີ່ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຫວຽດນາມ​ ທີ່​ມີ​ຕໍ່​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ
(ພາບ: phapluattp.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 1/2, ​ຫໍພິພິດທະພັນ​ປະຫວັດສາດ​ແຫ່ງ​ຊາດ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ ​ໄດ້​ຮັບ​ເອົາ​ແຜນ​ທີ່ ​ແລະ ​ເອກະສານ​ຈຳນວນ​ໜຶ່ງ​ທີ່​ກ່ຽວຂ້ອງ​ເຖິງ​ການຢັ້ງຢືນ​ອະທິປະ​ໄຕ​ຂອງ​ຫວຽດນາມ​ ທີ່​ມີ​ຕໍ່​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຂອງ​ນັກ​ສະ​ສົມ ​ເຈິ່ນ​ແມ້ງ​ຕ໋ວນ ຢູ່ ຮ່າ​​ໂນ້ຍ, ​ເຊິ່ງລວມມີ​ແຜນ​ທີ່ 23 ​ແຜ່ນ ​ແລະ 10 ​ເອກະສານ ດ້ວຍ​ພາສາ​ອັງກິດ ​ແລະ ພາສາ​ຍີ່ປຸ່ນ. ທ່ານ ດິງງອກ​ຈຽນ, ຫົວໜ້າ​ຫ້ອງ​ວາງສະ​ແດງ ຫໍພິພິດທະພັນ​ປະຫວັດສາດ​ແຫ່ງ​ຊາດ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

”ນັກ​ສະ​ສົມ ​ເຈິ່ນ​ແມ້ງ​ຕ໋ວນ ປາດ​ຖະໜາ​ຢາກ​ນຳ​ເອົາ​ວັດຖຸ​ພັນ​ທັງ​ໝົດ​ນີ້​ມາ​ແນະ​ນຳ​ເຖິງ​ໝູ່​ມະຫາຊົນ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ປະກອບສ່ວນ​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຫວຽດນາມ​ ທີ່​ມີ​ຕໍ່​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ພວກ​ຂ້າພະ​ເຈົ້າ​ມີ​ແຜນການ​ສ້າງ​ສຳ​ເນົາ​ວິທະຍາສາດ​ ກວດກາ​ຕີ​ລາຄາ​ຄູນ​ຄ່າ​ເອກະສານ​ເຫຼົ່າ​ນັ້ນ ​ແລະ ພາຍຫຼັງ​ສຳ​ເລັດ​​ແລ້ວຈະ​ວາງສະ​ແດງ​ເພື່ອ​ປະກາດ​ຕໍ່​ໝູ່​ມະຫາຊົນ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ຮັບ​ຊາບ”

ຂ່າວ/ບົດ​ອື່ນ