ມີໄຫວພິບໃນການພັດທະນາຕະຫຼາດກາກບອນຢູ່ ຫວຽດນາມ

(VOVWORLD) - ຕາມແຜນຮ່າງຫຼ້າສຸດ, ຕະຫຼາດກາກບອນຈະສ້າງແຫຼ່ງການເງິນໃໝ່ໃຫ້ແກ່ການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ຊຸກຍູ້ການຫັນເປັນສີຂຽວ, ພັດທະນາເຕັກໂນໂລຊີປ່ອຍອາຍພິດຕ່ຳ
ມີໄຫວພິບໃນການພັດທະນາຕະຫຼາດກາກບອນຢູ່ ຫວຽດນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ
(ພາບ: TTXVN)

        ຕອນບ່າຍວັນທີ 22 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ເປັນປະທານກອງປະຊຸມປະກອບຄຳເຫັນເພື່ອສ້າງແຜນຮ່າງພັດທະນາຕະຫຼາດກາກບອນຢູ່ ຫວຽດນາມ ໃຫ້ສົມບູນແບບ.

        ຕາມແຜນຮ່າງຫຼ້າສຸດ, ຕະຫຼາດກາກບອນຈະສ້າງແຫຼ່ງການເງິນໃໝ່ໃຫ້ແກ່ການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ຊຸກຍູ້ການຫັນເປັນສີຂຽວ, ພັດທະນາເຕັກໂນໂລຊີປ່ອຍອາຍພິດຕ່ຳ, ພັດທະນາພື້ນຖານເສດຖະກິດກາກບອນຕ່ຳ ແລະ ເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ມຸ່ງໄປເຖິງເລື່ອງບັນລຸລະດັບການປ່ອຍອາຍພິດລົງເປັນ 0 ໃນປີ 2050.

        ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ, ດ້ວຍຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງກ່ຽວກັບພະລັງງານທົດແທນ ແລະ ຕະຫຼາດກາກບອນ, ຫວຽດນາມ ຈະມີຄວາມດຶງດູດຢ່າງໃຫຍ່ຫຼວງຕໍ່ບັນດານັກລົງທຶນ. ສະນັ້ນ, ຕ້ອງມີມາດຕະການແກ້ໄຂຢ່າງມີໄຫວພິບ, ປະດິດຄິດສ້າງ, ບຸກທະລຸໃນການຜັນຂະຫຍາຍແຜນຮ່າງ, ສຳຜັດ ແລະ ໄປທັນກັບທ່າອ່ຽງໃນໂລກຢ່າງວ່ອງໄວ. ທ່ານຮອງນາຍົກລັດຖະມົນຕີກໍ່ມອບໜ້າທີ່ລະອຽດໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພື່ອສ້າງແຜນຮ່າງໃຫ້ສົມບູນແບບ; ຜ່ານນັ້ນ, ກໍ່ສ້າງແບບແຜນການເຄື່ອນໄຫວສັງລວມຕະຫຼາດທຸລະກຳເຄຼດິດກາກບອນຢູ່ພາຍໃນປະເທດ, ກໍຄືສ້າງເງື່ອນໄຂເຊື່ອມຕໍ່ກັບຕະຫຼາດສາກົນ ຮັບປະກັນຄວາມໂປ່ງໄສ, ເປີດເຜີຍ.

ຕອບກັບ

ຂ່າວ/ບົດ​ອື່ນ