ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ປະ​ຈຳ ຫວຽດ​ນາມ

(VOVWORLD) - ຕອນບ່າຍວັນທີ 2 ຕຸລາ, ທ່ານໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການນາມ ຕ້ອນຮັບທ່ານນາງ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ປະ​ຈຳ ຫວຽດ​ນາມ - ảnh 1ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ

ທີ່ການຕ້ອນຮັບ, ທ່ານໂຕເລິມ ໄດ້ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຜັນຂະຫຍາຍຄຳໝັ້ນສັນຍາ, ຂໍ້ຕົກລົງ, ໃນເອກະສານຮ່ວມມືສະບັບຕ່າງໆ ທີ່ໄດ້ລົງນາມແລະ ບົດບັນທຶກວ່າດ້ວຍການເຈລະຈາຄວາມສະຫງົບຂັ້ນຮອງລັດຖະມົນຕີຢູ່ຮ່າໂນ້ຍໃນເດືອນທັນວາ 2019, ທ່ານໂຕເລິມຢັ້ງຢືນວ່າ ລັດຖະບານ ແລະ ກະຊວງຕຳຫຼວດຫວຽດນາມ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບລັດຖະບານ ແລະ ບັນດາກະຊວງ, ອົງການທີ່ກ່ຽວຂ້ອງຂອງອົດສະຕາລີໃນທຸກຂົງເຂດເພື່ອປະກອບສ່ວນຍູ້ຖອຍອາດຊະຍາກຳ, ຮັບປະກັນຄວາມໝັ້ນຄົງພາກພື້ນ ແລະ ສອງປະເທດ, ຮັບປະກັບສິດແລະຜົນປະໂຫຍດອັນຊອບທຳໃຫ້ແກ່ປະຊາຊົນສອງປະເທດ.

ສ່ວນທ່ານນາງ Robyn Mudie ກໍ່ຢັ້ງຢືນວ່າ ຈະຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາອົງການປະຕິບັດກົດໝາຍອົດສະຕາລີກັບກະຊວງຕຳຫຼວດຫວຽດນາມຢ່າງແຮງຖືນີ້ແມ່ນປັດໄຈສຳຄັນໃນການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດຕາມທິດນັບມື້ນັບມີປະສິດທິຜົນ, ແທດຈິງກ່ວາໃນທຸກຂົງເຂດ, ຕອບສະໜອງຄວາມຕ້ອງການພັດທະນາ ແລະ ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ