ລັດຖະມົນຕີກະຊວງຕຳຫຼວດຫວຽດນາມໂຕເລິມຕ້ອນຮັບຄະນະອົງການລາຊະການລັບສ.ເກົາຫຼີ

(VOVWORLD) -ຕອນບ່າຍວັນທີ 11 ພະຈິກ, ທີ່ ນະຄອນຫຼວງຮ່າໂນ້ຍ, ທ່ານພົນເອກໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງອົງການສືບລາຊະການລັບແຫ່ງຊາດສ.ເກົາຫຼີ (NIS), ເຊິ່ງນຳໂດຍທ່ານ Choi Yong Hwan, ຮອງຜູ້ອຳນວຍການທີໜື່ງ, ພວມຢ້ຽມຢາມແລະເຮັດວຽກຢູ່ ຫວຽດນາມ.
ລັດຖະມົນຕີກະຊວງຕຳຫຼວດຫວຽດນາມໂຕເລິມຕ້ອນຮັບຄະນະອົງການລາຊະການລັບສ.ເກົາຫຼີ - ảnh 1ທ່ານພົນເອກໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ຕ້ອນຮັບທ່ານ Choi Yong Hwan, ຮອງຜູ້ອຳນວຍການທີໜື່ງ ອົງການສືບລາຊະການລັບແຫ່ງຊາດສ.ເກົາຫຼີ (ພາບ: VOV) 

ທ່ານລັດຖະມົນຕີໂຕເລິມເນັ້ນໜັກວ່າ: ກະຊວງຕຳຫຼວດຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອເຮັດໃຫ້ສາຍພົວພັນຮ່ວມມືລະຫວ່າງສອງສຳນັກງານບັນລຸໄດ້ໝາກຜົນສູງ, ປະກອບສ່ວນສຳຄັນເຂົ້າໃນການຮັບປະກັນຄວາມສະຫງົບຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງແຕ່ລະປະເທດ. ທ່ານ Choi Yong Hwan ຢັ້ງຢືນວ່າ: ຈະຕັ້ງໜ້າຊຸກຍູ້ສາຍພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດເວົ້າລວມ, ກັບກະຊວງຕຳຫຼວດຫວຽດນາມເວົ້າສະເພາະ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ສະກັດກັ້ນຕ້ານອາຊະຍາກຳ, ປ້ອງກັນຊາດໃນແຕ່ລະປະເທດ,ຊີວິດທີ່ສະຫງົບສຸກຂອງປະຊາຊົນທຸກທົ່ວໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ