ລັດເຊຍ ຍຸບເລີກຊົ່ວຄາວ ຄຳສັ່ງຢຸດຕິນຳເຂົ້າສິນໃນນ້ຳສຳລັບບັນດາວິສາຫະກິດຫວຽດນາມ

ລັດເຊຍ ຍຸບເລີກຊົ່ວຄາວ ຄຳສັ່ງຢຸດຕິນຳເຂົ້າສິນໃນນ້ຳສຳລັບບັນດາວິສາຫະກິດຫວຽດນາມ - ảnh 1
(ພາບປະກອບ: TTXVN)

(vovworld) – ກົມ​ກວດກາ​​ໂລກລະບາດ​ສຳລັບ​ສະຫະພັນ​ລັດ​ເຊຍ (VPSS) ຫາ​ກໍ່​ອອກ​ແຈ້ງ​ການຍຸບ​​ເລີກ​​ຊົ່ວຄາວຄຳ​ສັ່ງ​ຢຸດຕິ​ນຳ​ເຂົ້າ​ສິນ​ໃນ​ນ້ຳ​​ເຂົ້າ​ຕະຫຼາດ​ສະຫະພັນ​ລັດ​ເຊຍ ​ແລະ ພັນທະ​ພາບ​ພາສີ (TS) ສຳລັບວິ​ສາ​ຫະກິດ​ປຸງ​ແຕ່ງສິນ​ໃນ​ນ້ຳ 7 ​ແຫ່ງ​ຂອງຫວຽດນາມ.

        ທີ່​ປຶກສາການ​ຄ້າ​ສະຖານ​ທູ​ດຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ, ທ່ານ ຟ້າມກວາງ​ນ້ຽມ ​ໄດ້​ຕີ​ລາຄາ​ວ່າ ນີ້​ແມ່ນ​ໂອກາດ​ທີ່​ດີ​ສຳລັບ​ວິ​ສາ​ຫະກິດ​ຫວຽດນາມ ທີ່ຢາກ​ແຊກ​ຊຶມ​ເຂົ້າ​ຕະຫຼາດ​ກວ້າງ​ໃຫຍ່​ຂອງ​ລັດ​ເຊຍ, ພິ​ເສດ​ໃນ​ສະພາບ​ທີ່​ການ​ພົວພັນ​ລະຫວ່າງ​ລັດ​ເຊຍ - ຫວຽດນາມ ​ພວມໄດ້​ຮັບ​ການ​ພັດທະນາ​ຢ່າງ​ດີງາມ. ຍິ່ງ​ກວ່າ​ນັ້ນ, ຫວຽດນາ​ມີ​ທ່າ​ແຮງ​ກ່ຽວ​ກັບ​ຜະລິດ​ຕະພັນ​ກະ​ເສດ ​ແລະ ສະບຽງ​ຫານ. ທ່ານ​ຟ້າ​ມກວາງ​ນ້ຽມ ​ໄດ້​ຕັກ​ເຕືອນ​ໃຫ້​ບັນດາ​ວິ​ສາ​ຫະກິດ ຕ້ອງ​ເປັນ​ເຈົ້າ​ການ​​ແຊກ​ຊຶມ​ເຂົ້າ​ຕະຫຼາດ​ລັດ​ເຊຍ. ທ່ານ​ກໍ່​ຖື​ວ່າ ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຕ້ອງ​ຮີບ​ເຮັ່ງ​ຕົກລົງ​ກັບ​ລັດ​ເຊຍ ກ່ຽວ​ກັບ​ບັນຫາ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ, ຄວາມ​ປອດ​ໄພ​ສຳລັບ​ຜະລິດ​ຕະພັນສັດ​ສົ່ງ​ອອກ​ນຳ​ເຂົ້າ​ລະຫວ່າງ​ຫວຽດນາມ - ລັດ​ເຊຍ.

ຂ່າວ/ບົດ​ອື່ນ