ລັດເຊຍປາດຖະໜາຢາກໃຫ້ຫວຽດນາມເຂົ້າຮ່ວມບັນດາໂຄງການເພື່ອສັນຕິພາບ

(VOVWORLD) -ທ່ານນາງປະທານໂຄງການເສັ້ນທາງສັນຕິພາບ, ປະທານສູນກົດໝາຍວ່າດ້ວຍສັນຕິພາບ, ປະລິຍາເອກດ້ານກົດໝາຍຊາວລັດເຊຍ Irina Konhiukhova ໃຫ້ຮູ້ວ່າ, ລັດເຊຍ ພວມປະຕິບັດໂຄງການທີ່ເປັນໜ້າສົນໃຈທີ່ສຸດສຳລັບຫວຽດນາມ

ລັດເຊຍປາດຖະໜາຢາກໃຫ້ຫວຽດນາມເຂົ້າຮ່ວມບັນດາໂຄງການເພື່ອສັນຕິພາບ - ảnh 1 ລັດເຊຍປາດຖະໜາຢາກໃຫ້ຫວຽດນາມເຂົ້າຮ່ວມບັນດາໂຄງການເພື່ອສັນຕິພາບ

(ພາບ: Vietnam+)

ໂຄງການ “ກົດໝາຍວ່າດ້ວຍສັນຕິພາບ”, ເພື່ອແນໃສ່ໂຄສະນາບັນດາຜົນງານໃນວິວັດທະນາການສ້າງສັນຕິພາບ. ເມື່ອແລກປ່ຽນກັບນັກຂ່າວ, ສຳນັກຂ່າວສານຫວຽດນາມ ປະຈຳມົດສະກູ, ທ່ານນາງ Irina Konhiukhova, ສາດສະດາຈານ, ຫົວໜ້າຄະນະຄົ້ນຄວ້າລັດຖະທຳມະນູນ, ກົດໝາຍຂອງມະຫາວິທະຍາໄລກົດໝາຍລັດເຊຍ ໃຫ້ຮູ້ວ່າ, ລັດເຊຍ ພວມໝົກໝຸ້ນຮຽບຮຽງເອກະສານທີ່ຄ້າຍຄືກົດບັດກ່ຽວກັບສັນຕິພາບ, ໃນນັ້ນລວມທັງບັນດາຫຼັກການພື້ນຖານ, ບັນດາວິທີແກ້ໄຂຢ່າງມີຫົວຄິດປະດິດສ້າງຖືກຕ້ອງຕາມບັນດາຫຼັກການກ່ຽວກັບການເຄົາລົບອະທິປະໄຕ, ສິດທິມະນຸດ… ຍົກອອກບັນດາກົນໄກ, ຂັ້ນຕອນແກ້ໄຂການປະທະກັນ. ລັດເຊຍ ປາດຖະໜາວ່າ ບັນດາປະເທດ, ໃນນັ້ນມີຫວຽດນາມ ເຂົ້າຮ່ວມວິວັດການຮຽບຮຽງເອກະສານສາກົນດັ່ງກ່າວ ແລະ ສະເໜີບັນດາປະເທດຄວນສ້າງກົດໝາຍວ່າດ້ວຍສັນຕິພາບຂອງຕົນເພື່ອຫຼີກລ້ຽງບັນດາການກະທຳສົງຄາມໂດຍບໍ່ມີຫຼັກຖານ.

        ໃນຂອບເຂດໂຄງການ “ກົດໝາຍວ່າດ້ວຍສັນຕິພາບ”, ໂຄງການເສັ້ນທາງສັນຕິພາບຈະດຳເນີນບັນດາກອງປະຊຸມ, ກອງປະຊຸມສຳມະນາ, ພ້ອມທັງເຊື່ອມຕໍ່ບັນດາວົງການນັກຮຽນຮູ້, ນັກວິທະຍາສາດ, ຫາງສຽງຂອງບັນດາປະເທດເພື່ອດຶງດູດຄວາມສົນໃຈ ແລະ ການສະໜັບສະໜູນຂອງວົງການນັກການເມືອງມຸ່ງໄປເຖິງສັນຕິພາບຜ່ານການເຄົາລົບຄຳຄິດຄຳເຫັນຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ