ລັດເຊຍສະເໜີຮ່າງມະຕິກ່ຽວກັບຊີຣີຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດ

ລັດເຊຍສະເໜີຮ່າງມະຕິກ່ຽວກັບຊີຣີຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດ - ảnh 1
(ພາບ​ປະ​ກອບ: Reuters)

(vovworld) - ວັນ​ທີ 30/12, ລັດ​ເຊຍ ໄດ້​ຍືນ​ສະ​ເໜີ​ຮ່າງ​ມະ​ຕິ​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ດ້ວຍ​ເນື້ອ​ໃນ​ສະ​ໜັບ​ສະ​ໜູນ​ຄ​ຳ​ສັ່ງ​ຢ​ຸດ​ຍິງ ເຊິ່ງ​ປະ​ເທດນີ້​ເປັນ​ຄົນ​ກາງ​ຢູ່​ຊີ​ຣີ, ກໍ​ຄື​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ, ເຊິ່ງ​ຄາດ​ວ່າ​ຈະ​ດຳ​ເນີນ​ຢູ່​ນະ​ຄອນ​ຫຼວງ Astana ຂອງ ກ​າ​ຊັກ​ສະ​ຖານ.

        ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລັດ​ເຊຍ ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ Vitaly Chrkin ສະ​ແດງ​ຄວາມ​ຫວັງ​ວ່າ, ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ຈະ​ລົງ​ປະ​ຊາ​ມະ​ຕິ​ຮັບ​ຮອງ​ເອົາ​ຮ່າງ​ມະ​ຕິ​ດັ່ງ​ກ່າວ. ປະ​ຈຸ​ບັນ, ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ເລີ່ມ​ປ​ຶກ​ສາ​ຫາ​ລື​ລັບ​ກ່ຽວ​ກັບ​ເອ​ກະ​ສານ​ດັ່ງ​ກ່າວ.

        ຂໍ້​ຕົກ​ລົງ​ຢຸດ​ຍິງ​ຢູ່​ຊີ​ຣີ ເລີ່ມ​ມີ​ຜົນ​ສັກ​ສິດ​ໃນ​ກາງ​ຄືນ​ວັນ​ທີ 29/12, ແຕ່​ວ່າ ຍັງ​​ເກີດ​ບັນ​ດາ​ການ​ປະ​ທະ​ກັນ​ຢູ່​ບາງ​ແຫ່ງ.

ຂ່າວ/ບົດ​ອື່ນ