ລັດເຊຍແລະນາໂຕມານະພະຍາຍາມປັບປຸງການພົວພັນ

ລັດເຊຍແລະນາໂຕມານະພະຍາຍາມປັບປຸງການພົວພັນ - ảnh 1
ລັດ​ເຊຍ​ແລະ​ນາ​ໂຕ​ມາ​ນະ​ພະ​ຍາ​ຍາ​ມ​ປັບ​ປຸງ​ການ​ພົວ​ພັນ
(ພາບ​ປະ​ກອບ: AP/TTXVN)

(vovworld) - ວັນ​ທີ 19/12, ຢູ່ບ​ຣຸກ​ແຊນ, ປະ​ເທດ​ແບນ​ຊິກ, ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລັດ​ເຊຍ ແລະ ອົງການສົນທິສັນຍາ​ປ້ອງ​ກັນ​ອັດ​ລັງ​ຕິ​ກ​ເໜືອ (ນາ​ໂຕ) ໄດ້​ມີ​ການ​ພົບ​ປະ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ປັບ​ປຸງ​ການ​ພົວ​ພັນ, ເຊິ່ງ​ເຄີຍ​ຖືກ​ຕົກ​ຢ​ູ່​ໃນ​ລະ​ດັບ​ຕ່ຳ​ສຸດ​ນັບ​ແຕ່​​ສະ​ໄໝ​ສົ​ງ​ຄາມ​ເຢັນ. ນີ້​ແມ່ນ​ການ​ພົບ​ປະ​ຄັ້ງ​ທີ 3 ຖ​ືກ​ດຳ​ເນີນ​ໃນ​ປີ 2016, ດ້ວຍ​ເລື່ອງ ນາ​ໂຕ ຮຽກ​ຮ້ອງ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ປະ​ທະ​ກັນ​ຢູ່​ຢູ​ແກຼນ ກ​ໍ​ຄື​ບົດ​ບາດ​ຂອງ​ລັດ​ເຊຍ ໃນ​ການ​ປະ​ທະ​ກັນ​ດັ່ງ​ກ່າວ. ການ​ພົວ​ພັນ​ລະ​ຫວ່າງ​ຝ່າຍ​ຕາ​ເວັນ​ຕົກ - ລັດ​ເຊຍ ເວົ້າ​ລວ​ມ ແລະ ການ​ພົວ​ພັນ​ລະ​ຫວ່າງ​ນາ​ໂຕ - ລັດ​ເຊຍ ເວົ້າ​ສະ​ເພາະ, ຖືກ​ຕົກ​ຢູ່​ໃນ​ລະ​ດັບ​ຕໍ່​າ​ສຸດ ຍ້ອນ​ຜົນ​ກະ​ທົບ​ຂອງວິກ​ິດ​ການ​​ຢູ່ຢູ​ແກຼນ, ​ເຊິ່ງຈຸດ​ສູງ​ແມ່ນ​​ລັດ​ເຊຍ ທ້ອນໂຮມກັບ​ແຫຼມ ກ​ຣືມ ​ຄືນ​ໃໝ່.

ຂ່າວ/ບົດ​ອື່ນ