ລາຍການພົບປະແລກປ່ຽນສະແດງສິລະປະ “ຫວຽດນາມແຫ່ງຄວາມ ສັກສິດ” ຄັ້ງທີ 2

ລາຍການພົບປະແລກປ່ຽນສະແດງສິລະປະ “ຫວຽດນາມແຫ່ງຄວາມ ສັກສິດ” ຄັ້ງທີ 2 - ảnh 1
(ພາບປະກອບ)

(vovworld) –  ​​ລາຍການ​ພົບ​ປະ​​ແລ​ກປ່ຽນ​ສະ​ແດງສິລະ​ປະ “ຫວຽດນາມ​ແຫ່ງ​ຄວາມ​ສັກສິດ” ຄັ້ງ​ທີ 2 ຈະ​ຖືກດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 27/07 ຢູ່​ຮ່າ​ໂນ້ຍ, ​ເພື່ອ​ແນ​ໃສ່​​ເຊີດ​ຊູ ​ແລະ ສະ​ແດງ​ຄວາມ​ຮູ້ບູນ​ຄຸນ​ບັນດາ​ນັກຮົບ​​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ. ນີ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 67 ປີ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ (27/07/1947 – 27/07/2014).

        ຜ່ານ​ເລື່ອງ​ລາວ​ຕ່າງໆຂອງ​ແຂກ​ຖືກ​ເຊີນ, ບັນດາອະ​ນຸສອນ​ກ່ຽວ​ກັບ​ໄລ​ຍະ​ສົງຄາມ​ອັນດຸ​ເດືອດ, ​ຟິມຮູບ​​ເງົາ​ປະຫວັດສາດ​ເລື່ອງ​ຕ່າງໆ. ລາຍການຈະ​ວາດ​ພາບຮູບ​ພາບ​ຂອງ​ຫວຽດນາມ, ປະ​ເທດ​ຂອງ​ບັນດາ​ບຸກຄົນ​ທີ່ອົງອາດ​ກ້າ​ແກ່ນ, ພິລະ​ອາດ​ຫານ​ບໍ່​ຍອມ​ຈຳນົນ​ຕໍ່​ພວກສັດ​ຕູຜູ້​ຮຸກ​ຮານ. ທ່ານ​ນາງລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ຟ້າ​ມທິຫາຍ​ຈ່ວຽນ ​ໃຫ້​ຮູ້​ວ່າ.

        “ລາຍການ​ຫວຽດນາມ ​ແຫ່ງ​ຄວາມ​ສັກສິດ ຄັ້ງ​ທີ 2 ​ແມ່ນ​ລາ​ຍການ​ທີ່​ມີ​ຄວາມ​ໝາຍ​ສຳຄັນຍິ່ງ. ລາຍການ​ນີ້​ແມ່ນ​ເພື່ອ​ແນ​ໃສ່ສະ​ແດງ​ຄວາມ​ຂອບ​ໃຈ​ບັນດາ​ອົງການ​ທີ່​ໜູນ​ຊ່ວຍ​ເງິນ​ເພື່ອຊ່ວຍ​ເຫຼືອ​ໃຫ້​ແກ່ເປົ້າ​ໝາຍ​ຜູ້​ມີ​ຄຸນງາມຄວາມດີ. ລາຍການ​ຄັ້ງ​ທີ 1 ​ໄດ້​ໜູນ​ຊ່ວຍ​ບາງ​ເປົ້າໝາຍ ​ແລະ ລາຍການ​ຄັ້ງ​ນີ້ ຈະ​ສະຫ​ງວນ​ເງິນ​ເພື່ອລົງ​ຢ້ຽມຢາມແຂວງ​ຮ່າ​ຕິ້ງ, ເພື່ອ​ໜູນ​ຊ່ວຍ​ໃຫ້​​ແກ່ບັນດາ​ເປົ້າ​ໝາຍ​ຜູ້​ມີ​ຄຸນງາມຄວາມດີ​ເຕີມ​ອີກ”.

ຂ່າວ/ບົດ​ອື່ນ