ລາວມອບ​ຫຼຽນ​ໄຊ​ໃຫ້​ແກ່​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ​ຂອງວິ​ທະ​ຍາ​ຄານ ​​ເສ​ນາ​ຮັກ ຫວຽດ​ນາມ

(VOVWORLD) - ມາຮອດປັດຈຸບັນ, ໂຮງໝໍສູນກາງກອງທັບ 103 ຂອງລາວ ສາມາດເປັນເຈົ້າເຕັກນິກຜ່າຕັດໝາກໄຂ່ຫຼັງຂຶ້ນເຖິງ 90% ແລະ ພວມມານະພະຍາຍາມສູ້ຊົນ, ສືບຕໍ່ທອດຖອນບົດຮຽນປະສົບການ, ສ້າງແຜນການເພື່ອກະກຽມມຸ່ງໄປເຖິງການເປັນເຈົ້າ ເຕັກນິກໃນການຜ່າຕັດໝາກໄຂ່ຫຼັງເປັນ 100%ໃນປີ 2025.
ລາວມອບ​ຫຼຽນ​ໄຊ​ໃຫ້​ແກ່​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ​ຂອງວິ​ທະ​ຍາ​ຄານ ​​ເສ​ນາ​ຮັກ ຫວຽດ​ນາມ - ảnh 1ລາວມອບຫຼຽນໄຊໃຫ້ແກ່ໝູ່ຄະນະ ແລະ ສ່ວນບຸກຄົນຂອງວິທະຍາຄານ ເສນາຮັກ ຫວຽດນາມ
(ພາບ: VOV)

ວັນທີ 23 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ ລາວ, ໄດ້ດຳເນີນກອງປະຊຸມສະຫຼຸບໂຄງການເສນາຮັກ ຫວຽດນາມໜູນຊ່ວຍ, ຊ່ວຍເຫຼືອ ໂຮງໝໍສູນກາງກອງທັບ 103 ລາວ ໃນວຽກງານຜ່າຕັດໝາກໄຂ່ຫຼັງ. ໂຄງການຮ່ວມມືຜ່າຕັດໝາກໄຂ່ຫຼັງລະຫວ່າງໂຮງໝໍເສນາຮັກ ຫວຽດນາມ ແລະ ລາວ ໄດ້ຜັນຂະຫຍາຍແຕ່ປີ 2018. ມາຮອດປັດຈຸບັນ, ດ້ວຍການໜູນຊ່ວຍ, ຊ່ວຍເຫຼືອຂອງໂຮງໝໍເສນາຮັກ 103, ວິທະຍາຄານ ເສນາຮັກ ຫວຽດນາມ, ມີພົນລະເມືອງ 15 ຄົນໄດ້ຮັບການຜ່າຕັດໝາກໄຂ່ຫຼັງທີ່ປະສົບຜົນສຳເລັດຢູ່ໂຮງໝໍສູນກາງກອງທັບ 103 ລາວ. ປັດຈຸບັນ 15 ຄົນລ້ວນແຕ່ມີສຸຂະພາບດີແລ້ວ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຕີລາຄາສູງເລື່ອງໃນໄລຍະຜ່ານມາ, ພັກ, ລັດ, ກອງທັບ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຊ່ວຍເຫຼືອພັກ, ລັດຖະບານ, ກອງທັບລາວ ຢ່າງຮອບດ້ານ, ພິເສດ ໂຮງໝໍເສນາຮັກ 103, ວິທະຍາຄານ ເສນາຮັກ ຫວຽດນາມ ໄດ້ຊ່ວຍເຫຼືອລາວໃນການບຳລຸງສ້າງການຜ່າຕັດໝາກໄຂ່ຫຼັງ, ໜູນຊ່ວຍວັດຖຸອຸປະກອນໃນການຜ່າຕັດໝາກໄຂ່ຫຼັງ… ມາຮອດປັດຈຸບັນ, ໂຮງໝໍສູນກາງກອງທັບ 103 ຂອງລາວ ສາມາດເປັນເຈົ້າເຕັກນິກຜ່າຕັດໝາກໄຂ່ຫຼັງຂຶ້ນເຖິງ 90% ແລະ ພວມມານະພະຍາຍາມສູ້ຊົນ, ສືບຕໍ່ທອດຖອນບົດຮຽນປະສົບການ, ສ້າງແຜນການເພື່ອກະກຽມມຸ່ງໄປເຖິງການເປັນເຈົ້າ ເຕັກນິກໃນການຜ່າຕັດໝາກໄຂ່ຫຼັງເປັນ 100%ໃນປີ 2025.

ຕອບກັບ

ຂ່າວ/ບົດ​ອື່ນ