ວັນທີ 12/8 ໄຂກອງປະຊຸມຄັ້ງທີ 20 ຂອງຄະນະປະຈຳສະພາແຫ່ງຊາດ

ວັນທີ 12/8 ໄຂກອງປະຊຸມຄັ້ງທີ 20 ຂອງຄະນະປະຈຳສະພາແຫ່ງຊາດ - ảnh 1
ກອງ​ປະຊຸມ​ຂອງ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ
(ພາບປະກອບ)

(vovworld) – ຄາດ​ວ່າ, ຢູ່ກອງ​ປະຊຸມ​ຄັ້ງ​ທີ 20 , ​ເຊິ່ງຈະ​ດຳ​ເນີນ​ແຕ່​ວັນ​ທີ 12-22/8, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈະ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງກົດໝາຍ 6 ສະບັບ​ຄື: ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​​ເຂົ້າ​ອອກ​ເມືອງ, ການ​ຢູ່​ອາ​ໄສ​ຂອງ​ຊາວ​ຕ່າງປະ​ເທດ​ຢູ່​ຫວຽດນາມ. ຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ ບາງ​ຂໍ້​ມາດຕາ​ຂອງ​ກົມ​ໝາຍວ່າ​ດ້ວຍ​ຄົມມະນາຄົມ​ທາງ​ນ້ຳ​ພາຍ​ໃນປະ​​ເທດ; ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສຳມະ​ໂນ​ຄົວ; ຮ່າງ​ກົດໝາຍ​ວ່າ​ດ້ວຍ​ພາສີ (ສະບັບ​ປັບປຸງ); ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ກໍ່ສ້າງ (ສະບັບ​ປັບປຸງ); ຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ມະຫາຊົນ​. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດກໍ່​ຈະປະກອບ​ຄຳ​ເຫັນ​ໃສ່​ດຳລັດ​; ລັດຖະບັນ​ຢັດ, ມະຕິຈຳນວນ​ໜຶ່ງ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ກໍ່​ຈະ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບາງ​ບັນຫາ​ສຳຄັນ, ຍັງ​ມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ຂອງ​ບາງ​ຮ່າງ​ກົດໝາຍ. ​ໃນກອງ​ປະຊຸມ​ຄັ້ງ​ທີ 20, ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດກໍ່​ຈະ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ​ເພີ່ມ​ເຕີມ ​ກໍ່​ຄື​ດຳ​ເນີນ​ການ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ອີກ.

ຂ່າວ/ບົດ​ອື່ນ