ວິສາຫະກິດຍີ່ປຸ່ນຊອກຫາກາລະໂອກາດລົງທຶນຢູ່ນະຄອນໂຮ່ຈິມິນ

ວິສາຫະກິດຍີ່ປຸ່ນຊອກຫາກາລະໂອກາດລົງທຶນຢູ່ນະຄອນໂຮ່ຈິມິນ - ảnh 1
ວິ​ສ​າ​ຫະ​ກິດ​ຍີ່​ປຸ່ນ​ຊອກ​ຫາ
​ກາ​ລະ​ໂອ​ກາດ​ລົງ​ທຶນ​ຢູ່​ນະ​ຄອ​ນ​ໂຮ່​ຈິ​ມິນ
(ພາບ: hoibao.today)

(vovworld) - ​​​ຕອນ​ບ່າຍ​ວັນ​ທີ 07/10, ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ ເລ​ແທງ​ລຽມ ໄດ​້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ວິ​ສາ​ຫະ​ກິດ​ຍີ່​ປຸ່ນ ທີ່​ພວມ​ຢ້ຽ​ມ​ຢາມ ແລະ ຊອກ​ຫາ​ກາ​ລະ​ໂອ​ກາດ​ລົງ​ທຶນ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ. ທີ່​ການ​ຕ້ອນ​ຮັບ, ທ່ານ Amano Shinya, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ວິ​ສາ​ກະ​ກິດ​ຍີ່​ປຸ​ນ ສັງ​ກັດ​ອົງ​ການ​ສົ່ງ​ເສີມ​ການ​ຄ້າ​ຍີ່​ປູ່ນ (Jettro), ປະ​ຈຳ ກວາງ​ໂຈ, ປະ​ເທດ​ຈີນ ໃຫ້​ຮູ້​ວ່າ: ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢ​ູ່​ຫວຽດ​ນາມ ຂອງຄະ​ນະ​ຜູ້​ແທນ ແມ່ນ​ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະ​ການ​ຢ່າງ​​ກົມ​ກ່ຽວ​ລະ​ຫວ່າງ​ການ​ເຄື່ອນ​ໄຫວ​ລົງ​ທຶນ​ຢູ່​ຈີນ ກັບ​ບັນ​ດາ​ປະ​ເທດ​ອື່ນ​ ແລະ ຊອກ​ຫາ​ຫາ​ລະ​ໂອ​ກາດ​ລົງ​ທຶນ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ ແລະ ປາດ​ຖະ​ໜາ​ຢາກ​ຊອກ​ຫາ​ກາ​ລະ​ໂອ​ກາດ​ຢູ່​ຕະ​ຫຼາດ​ຫວຽດ​ນາມ. ທ່ານ​ເລ​ແທງ​ລຽມ ຢືນ​ຢັນ​ວ່າ, ນະ​ຄອນ​ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ດຶງ​ດູດ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ, ໃນ​ນັ້ນ​ມີ​ບັນ​ດາ​ວິ​ສ​າ​ຫະ​ກິດ​ຍີ່​ປຸ່ນ ມາ​ລົງ​ທຶນ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ. ເມື່ອ​ຕອບບັນ​ດາ​ຂໍ້​ຕິດ​ຂັດ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຍີ່​ປຸ່ນ ກ່ຽວ​ກັບ​ບັນ​ຫາ​ແຮງ​ງານ ແລະ ນະ​ໂຍ​ບາຍ​ດຶງ​ດູດ​ການ​ລົງ​ທຶນ, ທ່ານ​ເລ​ແທງ​ລຽມ ເນັ້ນ​ໜັກ​ວ່າ, ບັນ​ດາ​ນະ​ໂຍບ​າຍ​ແຮງ​ງານ, ເງິນ​ເດືອນຂອງ​ຜູ້​ອອກ​ແຮງ​ງານ​ທີ່​ເຮັດ​ວຽກ​ຢ​ູ່​ບັນ​ດາ​ວິ​ສາ​ຫະ​ກິດ​ລົງ​ທຶນ​ຕ່າງ​ປະ​ເທດ ແມ່ນ​ຕ້ອງ​ເຄົາ​ລົບ​ຂໍ້​ກຳ​ນົດ​ລວມ​ຂອງ​ກົດ​ໝາຍ​ຫວຽດ​ນາມ, ຮັບ​ປະ​ກັນ​​ຄວາມ​ກົມ​ກ່ຽວ​ລະ​ຫວ່າງ​ຄົນ​ງານ ແລະ ນັກ​ລົງ​ທຶນ.

ຂ່າວ/ບົດ​ອື່ນ