ສິນຄ້າຫວຽດນາມ ມີທີ່ຕັ້ງຢ່າງໝັ້ນຄົງຢູ່ຕະຫຼາດອັງກິດ

ສິນຄ້າຫວຽດນາມ ມີທີ່ຕັ້ງຢ່າງໝັ້ນຄົງຢູ່ຕະຫຼາດອັງກິດ - ảnh 1
(ພາບປະກອບ)

(vovworld) – ອົງການ​ການ​ຄ້າ - ສະຖານທູ​ດຫວຽດນາມ ປະຈຳ​ລາຊະ​ອານາຈັກ​ອັງກິດ ​ແລະ ອ້າຍ​ແລນ​ເໜືອ ​ໃຫ້​ຮູ້​ວ່າ, ປີ 2014 ຍອດ​ວົງ​ເງິນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​ບັນລຸປະມານ 4,5 ຕື້ USD. ​ໃນ​ຍອດ​ວົງ​ເງິນ​ການ​ຄ້າ​ດັ່ງກ່າວ, ການ​ສົ່ງ​ອອກ​ສິນຄ້າ​ຂອງ​ຫວຽດນາມ ​ໄປ​ຍັງ​ອັງກິດ ​ບັນລຸ​ເກືອບ 4 ຕື້ USD. ບັນດາ​ສິນຄ້າ​ສົ່ງ​ອອກ​ຕົ້ນ​ຕໍ່​ຂອງ​ຫວຽດນາມ ​ໃນ​ປີ 2014 ລວມມີ: ​ໂທລະ​ສັບ​ມື​ຖື, ​ເຄື່ອງ​ຕຳ​ແຜ່ນ​ຕັດ​ຍິບ, ​ເກີບ​ໜັງ… ​ເພື່ອ​ຊຸກຍູ້​ການ​ຄ້າ 2 ສົ້ນ​ໃນ​ປີ 2015 ກວ່າ​ອີກ, ອົງການ​ການ​ຄ້າ ​ໄດ້​ສະ​ເໜີ​ໃຫ້​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ພາຍ​ໃນ​ປະ​ເທດ ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ຄະນະ​ສົ່ງ​ເສີມ​ການ​ຄ້າ​ຕາມ​ຂະ​ແໜງ, ກຸ່ມ ​ໃຫ້​ເໝາະ​ສົມ​ກັບ​ການ​ກຳນົດ​ທິດ ​ແລະ ມອບ​ໃຫ້​ອົງການ​ການ​ຄ້າ​ກະກຽມ​ ​ແລະ ​ເຊື່ອມ​ຕໍ່.

ຂ່າວ/ບົດ​ອື່ນ