ສປປ.ເກົາຫຼີ ປະກາດຍິງທົດລອງລະບົບຍິງລູກຈະຫຼວດປະເພດໃໝ່

(VOVWORLD) -ວັນທີ 03 ສິງຫາ, ສປປ.ເກົາຫຼີ ປະກາດຍິງທົດລອງລະບົບລູກຈະຫຼວດປະເພດໃໝ່ ໃນບັນດາເຫດຍິງທີ່ໄດ້ດຳເນີນກ່ອນນີ້ 1 ວັນ, ພາຍໃຕ້ການຕິດຕາມກວດກາຂອງການນຳ Kim Jong un.
ສປປ.ເກົາຫຼີ ປະກາດຍິງທົດລອງລະບົບຍິງລູກຈະຫຼວດປະເພດໃໝ່ - ảnh 1 (ພາບປະກອບ: Yonhap/TTXVN)

ເຫດຍິງທົດລອງລະບົບລູກຈະຫຼວດພາທາງປະເພດໃໝ່ຖືກດຳເນີນໃນຕອນເຊົ້າວັນທີ 02 ສິງຫາ ແມ່ນເພື່ອແນໃສ່ກວດກາບັນດາຄວາມສາມາດຂອງລະບົບດັ່ງກ່າວ, ຄືໄລຍະບິນ ແລະ ຄວາມສາມາດຄວບຄຸມເສັ້ນທາງບິນ. ການນຳ Kim Jong un ໄດ້ສະແດງ “ຄວາມເພິ່ງພໍໃຈ” ສຳລັບໝາກຜົນຂອງເຫດຍິງທົດລອງດັ່ງກ່າວ.

        ວົງການນັກຊ່ຽວຊານໃຫ້ຂໍ້ສັງເກດວ່າ, ການເຄື່ອນໄຫວທົດລອງອາວຸດຢູ່ສປປ.ເກົາຫຼີ ແມ່ນການກະທຳກໍ່ຄວາມກົດດັນຕໍ່ອາເມລິກາ ໃຫ້ມີການກະທຳລະອຽດໂດຍໄວ ເມື່ອບັນດາຄວາມຮຽກຮ້ອງຕ້ອງການຂອງພຽງຢາງ ໃນໄລຍະຜ່ານມາບໍ່ໄດ້ຮັບການຕອບສະໜອງ. ນອກນັ້ນ, ຍັງແມ່ນສານຂອງສປປ.ເກົາຫຼີ ເພື່ອຄັດຄ້ານແຜນການທີ່ສ.ເກົາຫຼີ ນຳເຂົ້າເຮືອບິນສູ້ຮົບ F35 A ກໍຄືການຊ້ອມຮົບຮ່ວມກັບອາເມລິກາ ໃນເດືອນ ສິງຫາ ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ