ສປປ.ເກົາຫຼີ ຮຽກຮ້ອງອາເມລິກາ ລົບລ້າງຄຳສັ່ງລົງໂທດ

ສປປ.ເກົາຫຼີ ຮຽກຮ້ອງອາເມລິກາ ລົບລ້າງຄຳສັ່ງລົງໂທດ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 08/01, ສປປ.​ເກົາຫຼີ ​ໄດ້​ຮຽກຮ້ອງ​ອາ​ເມ​ລິກາ ລົບ​ລ້າງ​ຄຳ​ສັ່ງ​ລົງ​ໂທດທີ່​ໄຮ້​ເຫດຜົນທັງ​ໝົດສຳລັບ​ພຽງ​ຢາງ, ພ້ອມ​ທັງ​ກະຕຸກ​ຊຸກຍູ້​ສ.​ເກົາຫຼີ ສະ​ແດງ​ຫຼັກ​ໝັ້ນ​ຂອງ​ຕົນ ​ໃນ​ການ​ປັບປຸງ​ສາຍ​ພົວພັບ​ລະຫວ່າງ​ສປປ.​ເກົາຫຼີ ​ແລະ ສ.​ເກົາຫຼີ. ສຳ​ນັກ​ຂ່າວສານ​ສູນ​ກາງ​ສປປ.​ເກົາຫຼີ ​​ໄດ້​ຄັດສະ​ເໜີຖະ​ແຫຼ​ງຂອງ​ຄະນະ​ນະ​ໂຍບາຍ ສັງ​ກັ​ດຄະນະ​ກຳມະການ​ປ້ອງ​ກັນ​ປະ​ເທດສປປ.​ເກົາຫຼີ ​ໂດຍ​ຊີ້​ແຈ້ງວ່າ “ຄຳ​ສັ່ງ​ລົງ​ໂທດທັງ​ໝົດ​ເຊິ່ງອາ​ເມ​ລິ​ກາ ຈັດ​ວາງ​ສຳລັບ​ສປປ.​ເກົາຫຼີ ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ​​ແມ່ນ​ຍ້ອງ​ຄວາ​ມ​ເປັນປໍ​ລະ​ປັກ”. ຍ້ອນ​ເຫດ​ນັ້ນ, ອາ​ເມ​ລິ​ກາ ​ໄດ້​​ເຮັດ​ໃຫ້​ການ​ພົວພັນ​ລະ​ຫວ່າງ​ພຽງ​ຢາງ - ວໍ​ຊິງ​ເຕັນ ​ຊົ່ວຮ້າຍ​ທີ່​ສຸດ ນັບ​ແຕ່​ຕົ້ນ​ປີ. ສະ​ນັ້ນ, ວໍ​ສິງ​ເຕັນ ຕ້ອງ​ພິຈາລະນາ​ຄືນ​ໃໝ່​ນະ​ໂຍບາຍ​ເປັນ​ປໍ​ລະ​ປັກ​ກັບ​ພຽງ​ຢາງ ຖ້າ​ບໍ່​ຢາກ​ຕົກ​ເຂົ້າ​ສູ່​ໄພພິບັດ​ສົງຄາມ.

ຂ່າວ/ບົດ​ອື່ນ