ສປປ.ເກົາຫຼີຢືນຢັນການທົດລອງຖານຍິງລູກສອນໄຟຫຼາຍລູກຂະໜາດໃຫຍ່

(VOVWORLD) -ສະຖາບັນວິທະຍາສາດປ້ອງກັນປະເທດສປປ.ເກົາຫຼີ ໄດ້ດຳເນີນການທົດລອງເພື່ອແນໃສ່ຕີລາຄາກຳລັງແຮງຂອງຖານຍິງເປັນຄັ້ງສຸດທ້າຍ.

ສປປ.ເກົາຫຼີຢືນຢັນການທົດລອງຖານຍິງລູກສອນໄຟຫຼາຍລູກຂະໜາດໃຫຍ່ - ảnh 1

 ລະບົບຖານຍິງຫຼາຍລູກຂະໜາດໃຫຍ່

(ພາບ: YONHAP/TTXVN)

ວັນທີ 29 ພະຈິກ, ສປປ.ເກົາຫຼີ ຢືນຢັນວ່າ ໄດ້ທົດລອງລະບົບຖານຍິງຫຼາຍລູກຂະໜາດໃຫຍ່, ພາຍໃຕ້ການຊີ້ນຳຂອງການນຳ Kim Jong un ກ່ອນໜ້ານັ້ນ 1 ວັນ. ໜັງສືພິມ Rodong Sinmun, ອົງການກະບອກສຽງຂອງພັກແຮງງານສປປ.ເກົາຫຼີ ໃຫ້ຮູ້ວ່າ, ສະຖາບັນວິທະຍາສາດປ້ອງກັນປະເທດສປປ.ເກົາຫຼີ ໄດ້ດຳເນີນການທົດລອງເພື່ອແນໃສ່ຕີລາຄາກຳລັງແຮງຂອງຖານຍິງເປັນຄັ້ງສຸດທ້າຍ. ການນຳ Kim Jong un ໄດ້ສະແດງຄວາມ “ເພິ່ງພໍໃຈທີ່ສຸດ” ຕໍ່ໝາກຜົນການຍິງທົດລອງ. ກ່ອນໜ້ານັ້ນ, ວັນທີ 28 ພະຈິກ, ກອງທັບສປປ.ເກົາຫຼີ ໄດ້ຍິງ 2 ວັດຖຸບິນຈາກລະບົບເຊິ່ງໄດ້ຮັບຖືວ່າແມ່ນຖານຍິງຫຼາຍລູກຂະໜາດໃຫຍ່, ຈາກແຂວງໜຶ່ງຢູ່ທາງທິດຕາເວັນອອກສປປ.ເກົາຫຼີ ອອກໄປສູ່ທະເລຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ