ສປປ.ເກົາຫຼີເຊີນນັກຂ່າວສາກົນມາເຂົ້າຮ່ວມພິທີປິດປະຕູເດີນທົດລອງນິວເຄຼຍ

(VOVWORLD) -ວັນທີ 12 ພຶດສະພາ, ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໃຫ້ຮູ້ວ່າ, ປະເທດນີ້ຈະເຊື້ອເຊີນບັນດານັກຂ່າວທີ່ມາຈາກສ.ເກົາຫຼີ, ຈີນ, ລັດເຊຍ, ອາເມລິກາ ແລະ ອັງກິດ ເຂົ້າຮ່ວມພິທີປິດປະຕູເດີນທົດລອງນິວເຄຼຍ Pyunggye - ri ຢູ່ພາກເໜືອຂອງປະເທດນີ້.

ສປປ.ເກົາຫຼີເຊີນນັກຂ່າວສາກົນມາເຂົ້າຮ່ວມພິທີປິດປະຕູເດີນທົດລອງນິວເຄຼຍ - ảnh 1 ເດີນທົດລອງນິວເຄຼຍ Pyunggye - ri

(ພາບ: 38 North/TTXVN)

ຖະແຫຼງການຂອງກະຊວງການຕ່າງປະເທດສປປ.ເກົາຫຼີ ຢືນຢັນວ່າ ຍ້ອນບໍລິເວນແຄບ, ສະນັ້ນຈະມີພຽງນັກຂ່າວຂອງບັນດາປະເທດທີ່ກ່າວມາຂ້າງເຖິງໄດ້ເຂົ້າຮ່ວມເຫດການນີ້, ອາດຈະດຳເນີນໃນລະຫວ່າງວັນທີ 23 – 25 ພຶດສະພາ, ໂດຍອີງໃສ່ສະພາບດິນຟ້າອາກາດ. ກະຊວງດັ່ງກ່າວກໍ່ໃຫ້ຮູ້ວ່າ, ສປປ.ເກົາຫຼີ ຈະຈັດບັນດາຖ້ຽວບິນພິເສດໃຫ້ແກ່ນັກຂ່າວສາກົນທີ່ມາຈາກປັກກິງ (ປະເທດຈີນ) ໄປເຖິງນະຄອນ Wosan ຂອງປະເທດນີ້ ແລະ ຈາກນະຄອນນີ້ຈະມີລົດໄຟຟ້າພິເສດເພື່ອເດີນທາງເຖິງ Pyunggye - ri. ຖະແຫຼງການກໍ່ເນັ້ນໜັກວ່າ, ໃນອະນາຄົດ ພຽງຢາງ ຈະກະຕຸກຊຸກຍູ້ການຕິດຕໍ່ ແລະ ເຈລະຈາຢ່າງແໜ້ນແຟ້ນກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ປະຊາຄົມສາກົນ ເພື່ອແນໃສ່ຮັບປະກັນສັນຕິພາບ ແລະ ສະຖຽນລະພາບໃນແຫຼມເກົາຫຼີ ແລະ ໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ