ສື່ືສານລາວໃຫ້ຂ່າວກ່ຽວກັບການຢ້ຽມຢາມແລະເຮັດວຽກຢູ່ລາວຂອງປະທານປະເທດຫວຽດນາມ

ສື່ືສານລາວໃຫ້ຂ່າວກ່ຽວກັບການຢ້ຽມຢາມແລະເຮັດວຽກຢູ່ລາວຂອງປະທານປະເທດຫວຽດນາມ - ảnh 1
(ຂ່າວສານ​ປະ​ເທດ​ລາວ (KPL)

(vovworld) – ​ໃນ​ຊຸ​ມມື້​ຜ່ານ​ມາ, ​ໃນ​ໜ້າ​ທຳ​ອິດ​ຂອງ​ບັນດາ​ໜັງ​ສື​ພິມ​ສຳຄັນ​ຂອງ​ລາວ​ຄື: ໜັງສື່​ພິມ​ປະຊາຊົນ​ລາວ, ຂ່າວສານ​ປະ​ເທດ​ລາວ, ວຽງ​ຈັນ​ໃໝ່, ກອງທັບ… ລ້ວນ​ແຕ່​ໃຫ້​ຂ່າວ​ກ່ຽວ​ກັບ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ພັນລະ​ຢາ​ຢູ່​ລາວ ​ໃນ​ລະຫວ່າງ​ວັນ​ທີ 23 – 25/03. ຂ່າວສານ​ປະ​ເທດ​ລາວ (KPL) ຂຽນ​ວ່າ: ບັນດາ​ກາ​ນນຳ​ ລາວ ​​ສະ​ແດງ​ຄວາມ​ປະຕິ​ຊົມ​ຊື່ນ ​ແລະ ຕີ​ລາຄາ​ສູງ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ ຂອງ​ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ, ຢືນຢັນ​ວ່າ, ການ​ຢ້ຽມຢາມ​ໄດ້​ປະກອບສ່ວນ​ສຳ​ຄັນ​​ເຂົ້າໃນການ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ​ລາວ - ຫວຽດນາມ ​ໃຫ້​ນັບ​ມື້​ນັບ​ແຕກ​ດອກ​ອອກ​ຜົນ ​ແລະ ພັດທະນາ​ຢ່າງ​ວັດທະນາ​ຖາວອນ​ກວ່າ​ອີກ. ພິ​ເສດ​ໃນ​ໜ້າທຳ​ອິດ​ຂອງໜັງ​ສືພິມ​ປະຊາຊົນ, ກະບອກ​ສຽງ​ຂອງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຂຽນ​ວ່າ: ບັນດາ​ການ​ນຳ​ຂອງ​ລາວ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ໝາກຜົນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ໃນຄັ້ງ​ນີ້ ​ເຊິ່ງ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ການພົວພັນ​ລະຫວ່າງ​ລາວ - ຫວຽດນາມ. ໜັງ​ສື່​ພິມສະບັບ​ຕ່າງໆ ລ້ວນ​ແຕ່​ຍ້ອງຍໍ​ສາຍ​ພົວພັນ​ທີ່​ຫາ​ຍາກ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ​ຫວຽດນາມ - ລາວ ​ໃນ​ຕະຫຼອດ​ໄລຍະ​ປະຫວັດສາດ​ທີ່​ສະຫງ່າ​ອົງອາດ ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາອັນ​ຖືກຕ້ອງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ປະຊາຊົນ​ປະຕິວັດ​ລາວ.

ຂ່າວ/ບົດ​ອື່ນ