ສະຫຼຸບວຽກງານຮັບປະກັນຄວາມເປັນລະບຽບຮຽບຮ້ອຍທາງຄົມມະນາຄົມ

ສະຫຼຸບວຽກງານຮັບປະກັນຄວາມເປັນລະບຽບຮຽບຮ້ອຍທາງຄົມມະນາຄົມ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມ
(ພາບປະກອບ)

(vovworld) – ຫວ່າງ​ແລ້ວ​ນີ້, ຫ້ອງ​ວ່າການ​ລັດຖະບານ ​ໄດ້​ແຈ້ງ​ກ່ຽວ​ກັບ​ຂໍ້​ສະຫຼຸບ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ ທີ່​ກອງ​ປະຊຸມສະຫຼຸບ​​ວຽກ​ງານ​ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ຄົມມະນາ ຄົມ ປີ 2012. ​ໃນ​ນັ້ນ​ທ່ານ​ໄດ​້ຍອງ​ຍໍ ​ແລະ ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ອົງຄະນະ​ພັກ, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ, ອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ທ້ອງຖີ່​ນ​ໃນ​ການຫຼຸດຜ່ອນ​ອຸບັດ​ຕິ​ເຫດ​ທາງ​ຄົມມະນາຄົມ​ໃນ​ໄລຍະ​ຜ່ານ​ມາ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ ຮຽກຮ້ອງ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ແຂວງ, ນະຄອນ, ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ສືບຕໍ່​ເພີ່ມ​ທະວີ​ການ​ຊີ້​ນຳ​ນຳພາ​ວຽກ​ງານ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ, ຍົກ​ສູງ​ຄວາມ​ສາມາດ​ບັງຄັບ​ປະຕິບັດ​ກົດໝາຍ ດ້ວຍ​ວຽກ​ງານ​ລາດຕະ​ເວນ​ ກວດກາ, ​ປັບ​ໄໝ​ລົງ​ໂທດ​ສຳ​ຫຼັບ​ກໍລະນີ​ລະ​ເມີດ​ກົດໝາຍ.

ຂ່າວ/ບົດ​ອື່ນ