ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ອິນເດຍ ແລະ ບຸນເຕັກປະຊາຄົມ

ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ອິນເດຍ ແລະ ບຸນເຕັກປະຊາຄົມ - ảnh 1
ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 45 ປີ​ແຫ່ງວັນ​ສ້າງ​ຕັ້ງ​
ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ເດຍ
(ພາບ: vietnamplus.vn)


(vovworld) - ​ຕອນ​ຄ່ຳ​ວັນ​ທີ 18/01, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ອິນ​ເດຍ ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 45 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ເດຍ (07/01/1972 – 07/01/2017) ແລະ ບຸນ​ເຕັດ​ປະ​ຊາ​ຄົມຢ່າ​ງ​ສົມ​ກ​ຽດ. ເຂົ້າ​ຮ່ວມ​ພິ​ທີ​​ມີທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​ເດຍ Mobashar Jawed Akbar, ​ເຈົ້າ​ໜ​້າ​ທີ່​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ສະ​ພາ​ແຫ່ງ​ຊາດ​ອິນ​ເດຍ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຕົນ​ຊິງ​ແທ​່ງ ຢືນ​ຢັນ​ວ່າ, 45 ປີ​ຜ່ານ​ມາ, ນັບ​ແຕ່ 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ, ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ຫວຽດ​ນາມ ແລະ ອິນ​ເດຍ ໄດ້​ສ້າງ​ຕ​ັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ປີ 2007. ນັບ​ແຕ່ນັ້ນ​ມາ, ການ​ຮ່ວມ​ມື 2 ຝ່າຍ​ໄດ້ ແລະ ພວມ​ໄດ້​ຮັບ​ການ​ເປີດກວ້າງ, ພິ​ເສດ, ຫວ່າງ​ແລ​້ວນີ້, ການ​ນຳ 2 ປະ​ເທດ​ໄດ້​ຕົກ​ລົງ​ຍົກ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi ເມື່ອ​ປີກ່າຍ, ​ແນ​ໃສ່​ຕອບ​ສະ​ໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ​ໃນ​ສະ​ພາບ​ການ​ໃໝ່​ຂອງ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ