ສະເຫຼີມສະຫຼອງ 65 ປີແຫ່ງວັນທະຫານ ເສຍອົງຄະ, ນັກຮົບທີ່ເສຍສະຫຼະ ຊີວິດເພື່ອ ຊາດ

ສະເຫຼີມສະຫຼອງ 65 ປີແຫ່ງວັນທະຫານ ເສຍອົງຄະ, ນັກຮົບທີ່ເສຍສະຫຼະ ຊີວິດເພື່ອ ຊາດ - ảnh 1
ການເຄື່ອນໄຫວອາໄລຫານັກຮົບທີ່ເສຍສະຫຼະຊີວິດ ເພື່ອຊາດຖືກດຳເນີນຢູ່ຫຼາຍທ້ອງຖີ່ນໃນທົ່ວປະເທດ
(ພາບ: vietbao.com)


Vovworld-ເນື່ອງໃນໂອກາດສະ​ເຫຼີ​ມສະຫຼອງ 65 ປີແຫ່ງວັນທະຫານເສຍອົງຄະ,  ນັກຮົບທີ່ເສຍສະຫຼະຊີວິດ ເພື່ອຊາດ ( 27/7) ຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດ ຫວຽດນາມໄດ້ຈັດບັນດາການເຄື່ອນໄຫວຕອບບູນແທນຄຸນ. ວັນທີ 21/7 ສະຫະພັນແມ່ຍິງນະຄອນ ດານັ້ງ ໄດ້ຈັດລາຍການ “ຕອບບູນແທນຄຸນບັນດາຜູ່ທີ່ ມີຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ພະນັກງານ ສະຫະພັນແມ່ຍິງນະຄອນ ດານັ້ງ ​ໄດ້​ແລກປ່ຽນ​ບົດຮຽນ​ກັບ​ບັນດາ​ນັກ​ວິລະ​ຊົນ​ຍິງ​ໃນ​ກຳລັງ​ປະກອບ​ອາວຸດ, ພະນັກງານທີ່​ໄດ້ ເຂົ້າ​ຮ່ວມ​ການ​ຕໍ່ຕ້ານ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ ​ແລະ ຈັກກະພັດ​ອາ​ເມ​ລິ​ກາ. ທ່ານ​ນາງ Do Thi Kim Linh ປະທານ ສະຫະພັນແມ່ຍິງນະຄອນ ດານັ້ງ ​ໃຫ້​ຮູ້​ວ່າ :

  “ ​ໂດຍ​ຜ່ານ​ລາຍການ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫ​ັນຄວາມ​ຮູ້​ບູນຄຸນ​ຢ່າງ​ເລິກ​ເຊິ່ງຕໍ່​ການ​ອຸທິດ​ສ່ວນ, ຍອມ​ເສຍສະຫຼະ​ຊີວິດ​ຂອງ​ແມ່ຍິງ​ລຸ່ນກ່ອນໆ ​ແລະ ຜ່ານ​ນັ້ນ​ສືບ​ຕໍ່​ສຶກສາ​ອົບຮົມ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ແມ່ຍິງ​ຫວຽດນາມ​ໃຫ້​ແກ່​ແມ່ຍິງ​ລຸ່ນປະຈຸ​ບັນ. ສະຫະພັນ​ແມ່ຍິງ​ນະຄອນ​ໄດ້​ມອບ​ປຶ້ມ​ປະຢັດເງິນ​ຝາກ​​ໃຫ້​ແກ່​ພະນັກງານ​ສະມາຄົມ​ແມ່ຍິງ​ທີ່​ມີ​ສະພາບ​ຄອບຄົວ​ຫຍຸ້ງຍາກ. ພວກ​ຂ້າພະ​ເຈົ້າ​ໄດ້​ລະດົມ​ກຳລັງ​ໃຈ ​ແບ່ງປັນ​ຄວາມ​ຫຍຸ້ງຍາກ​ກັບ​ບັນດາ​ຄອບ​ຄົວທີ່​ເອື້ອຍ​ນ້ອງ​ແມ່ຍິງ​ເຂົ້າ​ຮ່ວມ​ການ​ຕໍ່ຕ້ານ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ ​ແລະ ຈັກກະພັດ​ອາ​ເມ​ລິ​ກາ”

  ​ແລະ ກໍເນື່ອງໃນໂອກາດສະ​ເຫຼີ​ມສະຫຼອງ65 ປີແຫ່ງວັນທະຫານເສຍອົງຄະ,  ນັກຮົບເສຍສະຫຼະຊີວິດເພື່ອຊາດ. ຢູ່​ເຂດ​ຮອງ​ຮອຍ​ສະຖານ 3 ​ແຍກ​ດົງ​ໂລກ ທີ່​ແຂວງ ຮ່າ​ຕິ້ງ ​ໄດ້​ຈັດ​ງານ​ວາງສະ​ແດງ​ພາບ​ຖ່າຍ​ຄັງ​ທີ່ 7 ຂອງ​ພັນ​ເອກ, ນັກ​ຂ່າວ Tran Hong ທີ່​ມີ​ຫົວ​ຂໍ້​ວ່າ : “ ດົງ​ໂລກ, ​ແມ່ ​ແລະ ບ້ານ​ເກີດ​ເມືອງ​ນອນ ” .

   ພັນ​ເອກ, ນັກ​ຂ່າວ Tran Hong ​ເວົ້າ​ວ່າ :

   “ ມີ​ນັກ​ຂ່າວ​ຊາວ​ອາ​ເມ​ລິ​ກາ​ຄົນ​ໜຶ່ງ​ເມື່ອ​ເຂົ້າ​ຢ້ຽມ​ຊົມ​ງານ​ວາງສະ​ແດງ​ ຂອງ​ຂ້າພະ​ເຈົ້າໄດ້​ເວົ້າ​ວ່າ: ຮູບ​ພາບ​ບັນດາ​ແມ່​ຫວຽດນາມ​ນີ້​ແມ່ນສາຍ​ເຫດ​ຕົ້ນ​ຕໍ່​ສ້າງ​ເປັນ​ກຳລັງ ​ແຮງ​ເພື່ອໃຫ້​​ຝ່າຍ​ກອມມູນິດພວກ​ທ່ານ​ຕີ​ເອົາ​ຊະນະ​ຕໍ່​ພວກ​ຂ້າພະ​ເຈົ້າ. ​ເມື່ອ​ຄຶດ​ເຖິງ​ສິ່ງ​ນີ້ ກໍ​ເຫັນ​ວ່າ​ມັນ​ມີ​ເຫດ​ມີ​ຜົນ. ຜູ້​ເປັນ​ລູກ​ທຸກໆ​ຄົນ​, ​ເມື່ອ​ເຮັດ​ວຽກ​ງານ​ຫຍັງ, ​ເປັນ​ຕົ້ນ​​ແມ່ນເມື່ອອອກ​ສະໜາມຮົບ​ໂດຍ​ຢືນ​ຢູ່​ລະຫວ່າງ​ຄວາມ​ເປັນ ​ແລະ ຄວາມ​ຕາຍ, ​ເຂົາ​ເຈົ້າ​ຍາມ​ໃດ​ກໍ​ຄິດ​ເຖິງ​ແມ່ ​ແລະ ພວກ​ເຂົາ​ຢາກ​ເຮັດ​ສິ່ງ​ໃດ​ໜຶ່ງ​ທີ່​ດີ​ທີ່​ສຸດ​ເພື່ອ​ກັບ​ມາ​ຕ້ອນ​ແມ່. ​ແມ່​ໄດ້​ກາຍ​ເປັນ​ແຫຼ່ງກຳລັງ​ເພື່ອ​ສ້າງ​ເປັນໄຊຊະນະ ”

 

ຂ່າວ/ບົດ​ອື່ນ