ສ້າງຄວາມສາມາດຮັບມື​ກັບການປ່ຽ​ນນແປງຂອງສິ່ງແວດລ້ອມຢູ່ເຂດທົ່ງພຽງແມ່ນ້ຳຂອງ

(VOVWORLD) - ໃນວັນທີ 28 ທັນວາ, ຢູ່ ເກີ່ນເທີ, ມະຫາວິທະຍາໄລ ເກີ່ນເທີ ສົມທົບກັບອົງການຈັດຕັ້ງ PanNature, ສະຖາບັນພັດທະນາເປີດ (ODI) ຈັດຕັ້ງກອງປະຊຸມສຳມະນາ “ສ້າງຄວາມສາມາດຮັບມືກັບການປ່ຽນແປງຂອງສິ່ງແວດລ້ອມຢູ່ເຂດທົ່ງພຽງແມ່ນ້ຳຂອງ”.
ສ້າງຄວາມສາມາດຮັບມື​ກັບການປ່ຽ​ນນແປງຂອງສິ່ງແວດລ້ອມຢູ່ເຂດທົ່ງພຽງແມ່ນ້ຳຂອງ - ảnh 1 ກອງປະຊຸມສຳມະນາ (ພາບ: TTXVN)

 ເຂົ້າຮ່ວມກອງປະຊຸມສຳມະນາມີບັນດານັກຊ່ຽວຊານ, ຫົວໜ້າຂະແໜງກ່ຽວກັບສິ່ງແວດລ້ອມ, ເພື່ອແນໃສ່ສະໜອງບັນດາຂໍ້ມູນຂ່າວສານໃໝ່ສຸດກ່ຽວກັບສະພາບປ່ຽນແປງຂອງສິ່ງແວດລ້ອມຢູ່ເຂດທົ່ງພຽງແມ່ນ້ຳຂອງໃນປັດຈຸບັນ. ຜ່ານນັ້ນສະເໜີບັນດາມາດຕະການເພື່ອແນໃສ່ຫລຸດຜ່ອນ, ຮັບມືກັບສະພາບການນັ້ນ.

        ທີ່ກອງປະຊຸມສຳມະນາ, ບັນດານັກວິທະຍາສາດສະເໜີອຳນາດການປົກຄອງບັນດາແຂວງ, ນະຄອນໃນເຂດທົ່ງພຽງແມ່ນ້ຳຂອງຈົ່ງມີຫຼາຍມາດຕະການທີ່ມີປະໂຫຍດກວ່າອີກໃນບັນດານະໂຍບາຍແກ່ຍາວລະດັບຄວາມໄວໃນການຫັນເປັນຕົວເມືອງ, ເປີດກວ້າງໃຈກາງເພື່ອແນໃສ່ຫລຸດຜ່ອນອັດຕາສ່ວນປະຊາຊົນອົບພະຍົບເປັນຈຳນວນຫຼວງຫຼາຍ, ກໍ່ໃຫ້ຂາດຄວາມສົມດຸນລະຫວ່າງພື້ນຖານໂຄງລ່າງ ແລະ ຄວາມໜາແໜ້ນຈຳນວນພົນລະເມືອງ, ກໍ່ໃຫ້ເກີດມົນລະພິດສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ