ສ.ເກົາຫຼີ ຍົກວີທີເພື່ອແກ້ໄຂສະພາບບໍ່ມີທາງອອກໃນບັນດາການເຈລະຈານິວເຄຼຍ

(VOVWORLD) -ວັນທີ 03 ທັນວາ, ທີ່ປຶກສາພິເສດກ່ຽວກັບບັນຫາເອກະພາບ, ພົວພັນຕ່າງປະເທດ ແລະ ຄວາມໝັ້ນຄົງຂອງທ່ານປະທານາທິບໍດີ Moon Chung in ໃຫ້ຮູ້ວ່າ

ສ.ເກົາຫຼີ ຍົກວີທີເພື່ອແກ້ໄຂສະພາບບໍ່ມີທາງອອກໃນບັນດາການເຈລະຈານິວເຄຼຍ - ảnh 1 ສ.ເກົາຫຼີ ຍົກວີທີເພື່ອແກ້ໄຂສະພາບບໍ່ມີທາງອອກໃນບັນດາການເຈລະຈານິວເຄຼຍ

(ພາບ: YONHAP/TTXVN)

ອາເມລິກາ ອາດຈະຊ່ວຍແກ້ໄຂສະພາບບໍ່ມີທາງອອກໃນບັນດາການເຈລະຈາກ່ຽວກັບການປອດນິວເຄຼຍກັບສປປ.ເກົາຫຼີ ເຊິ່ງບໍ່ຕ້ອງຍົກເລີກຄຳສັ່ງລົງໂທດ, ຖ້າຫາກ ວໍຊິງຕັນ ອະນຸຍາດໃຫ້ບັນດາອົງການມະນຸດສະທຳເຄື່ອນໄຫວຢູ່ປະເທດນີ້. ໃນການປາຖະກະຖາຢູ່ເຊີອຸນ, ທ່ານ Moon Chung in ໃຫ້ຮູ້ວ່າ, ມີພົນລະເມືອງອາເມລິກາ ຫຼາຍຄົນຢາກດຳເນີນການເຄື່ອນໄຫວມະນຸດສະທຳຢູ່ສປປ.ເກົາຫຼີ ແຕ່ບໍ່ສາມາດປະຕິບັດໄດ້, ຍ້ອນບັນດາຂໍ້ຈຳກັດຂອງລັດຖະບານອາເມລິກາ. ທ່ານ ຢືນຢັນວ່າ “ຍົກເລີກບັນດາຂໍ້ຈຳກັດດັ່ງກ່າວອາດຈະສົ່ງສານຢ່າງຕັ້ງໜ້າເຖິງພຽງຢາງ”.

        ບັນດາຂໍ້ສັງເກດດັ່ງກ່າວຖືກຍົກອອກມາໃນສະພາບບັນດາການເຈລະຈາລະຫວ່າງອາເມລິກາ ແລະ ສປປ.ເກົາຫຼີ ພວມຕົກເຂົ້າສູ່ສະພາບບໍ່ມີທາງອອກ. ພຽງຢາງ ຢາກໃຫ້ອາເມລິກາ ຍົກເລີກບັນດາຄຳສັ່ງລົງໂທດເພື່ອແລກເອົາເລື່ອງປອດນິວເຄຼຍຕາມແຕ່ລະໄລຍະ, ແຕ່ອາເມລິກາ ໃຫ້ຮູ້ວ່າ, ຈະຍົກເລີກຄຳສັ່ງລົງໂທດນີ້ ເມື່ອຮອດເວລາໃດທີ່ສປປ.ເກົາຫຼີ ປອດນິວເຄຼຍຢ່າງສິ້ນເຊິງ.

ຕອບກັບ

ຂ່າວ/ບົດ​ອື່ນ