ສ.ເກົາຫຼີຕີລາຄາວິວັດທະນາການປອດນິວເຄຼຍຢູ່ສປປ.ເກົາຫຼີແມ່ນໝາກຜົນທາງການທູດໃຫຍ່ທີ່ສຸດໃນປີ 2018

(VOVWORLD) -ວັນທີ 21 ທັນວາ, ທ່ານຫົວໜ້າຫ້ອງວ່າການປ້ອງກັນຄວາມສະຫງົບສ.ເກົາຫຼີ Chung Eui yong ຢືນຢັນວ່າ, ວິວັດທະນາການປອດນິວເຄຼຍຂອງສປປ.ເກົາຫຼີ ໄດ້ກ້າວເຂົ້າສູ່ໄລຍະທີ່ບໍ່ສາມາດຕ່າວປີ້ນໄດ້

ສ.ເກົາຫຼີຕີລາຄາວິວັດທະນາການປອດນິວເຄຼຍຢູ່ສປປ.ເກົາຫຼີແມ່ນໝາກຜົນທາງການທູດໃຫຍ່ທີ່ສຸດໃນປີ 2018 - ảnh 1 ທ່ານຫົວໜ້າຫ້ອງວ່າການປ້ອງກັນຄວາມສະຫງົບສ.ເກົາຫຼີ Chung Eui yong

(ພາບ: YONHAP/TTXVN)

ພ້ອມທັງເອີ້ນນີ້ວ່າ ແມ່ນໜຶ່ງໃນບັນດາໝາກຜົນທາງການທູດໃຫຍ່ຫຼວງທີ່ສຸດຂອງທັງສ.ເກົາຫຼີ ແລະ ອາເມລິກາ ໃນປີ 2018. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Chung Eui yong ເນັ້ນໜັກວ່າ, ເລື່ອງເລີ່ມເຄື່ອນໄຫວວິວັດທະນາການປອດນິວເຄຼຍໄດ້ເຮັດໃຫ້ປີ 2018 ກາຍເປັນປີທີ່ມີຄວາມໝາຍທີ່ສຸດໃນປະຫວັດສາດຂອງສ.ເກົາຫຼີ. ທ່ານກໍ່ໃຫ້ຮູ້ຕື່ມອີກວ່າ, ນະໂຍບາຍຄວາມໝັ້ນຄົງຂອງສ.ເກົາຫຼີ ໃນປີຜ່ານມາເພື່ອແນໃສ່ຮັກສາສັນຕິພາບ ແລະ “ປີນີ້ພວກເຮົາໄດ້ຊຸກຍູ້ນະໂຍບາຍຄວາມໝັ້ນຄົງຢ່າງຕັ້ງໜ້າກວ່າ ເພື່ອສ້າງສັນຕິພາບ”. ທ່ານໄດ້ໃຫ້ຂໍ້ສັງເກດວ່າ, ວິວັດທະນາການປອດນິວເຄຼຍໃນແຫຼມເກົາຫຼີ ໄດ້ “ເລີ່ມກ້າວເຂົ້າສູ່ໄລຍະທີ່ບໍ່ສາມາດຕ່າວປິ້ນໄດ້” ແລະ ສປປ.ເກົາຫຼີ ກໍ່ມີທັດສະນະເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ