ສ.ເກົາຫຼີມີຜູ້​ເສຍ​ຊີ​ວິດ 7 ຄົນຍ້ອນ​ໂລກ​ລະ​ບາດ COVID -19

(VOVWORLD) -ວັນທີ 24 ກຸມພາ, ສູນປ້ອງກັນ, ຕ້ານ ແລະ ຄວບຄຸມເຊື້ອພະຍາດ (CDC) ຂອງ ສ.ເກົາຫຼີ ໄດ້ຢັ້ງຢືນວ່າ ມີ ຜູ້ເສຍຊີວິດຕື່ມອີກ 2 ຄົນ ຍ້ອນ COVID – 19, ເຮັດໃຫ້ຍອດຈຳນວນຜູ້ເສຍຊີວິດ ຢູ່ປະເທດນີ້ເພີ່ມຂຶ້ນເປັນ 7 ຄົນແລ້ວ. ໃນຂະນະນັ້ນ, ຈຳນວນຜູ້ຕິດເຊື້ອໄດ້ເພີ່ມຂຶ້ນເຖິງ 763 ກໍລະນີ.
ສ.ເກົາຫຼີມີຜູ້​ເສຍ​ຊີ​ວິດ 7 ຄົນຍ້ອນ​ໂລກ​ລະ​ບາດ COVID -19 - ảnh 1

ໄລ່ຮອດຕອນບ່າຍວັນທີ 23 ກຸມພາ, ສ.ເກົາຫຼີມີຜູ້ເສຍຊີວິດ 5 ຄົນຍ້ອນ Covid-19 (ພາບ: YOHAP)

ກ່ອນໜ້ານັ້ນ, ໃນວັນທີ 23 ກຸມພາ, ທ່ານ Moon Jae – in ໄດ້ແຈ້ງເຖິງອຳນາດການປົກຄອງໃຫ້ຍົກລະດັບການກ່າວເຕືອນກ່ຽວກັບໂລກລະບາດ COVID – 19 ຂຶ້ນລະດັບສູງສຸດ ໃນສະພາບການເຊື້ອພະຍາດພວມແຜ່ລະບາດຢ່າງວ່ອງໄວ.

ຕອບກັບ

ຂ່າວ/ບົດ​ອື່ນ