ສ.ເກົາຫຼີແລະອາເມລິກາຢືນຢັນຄືນໃໝ່ການພົວພັນແບບພັນທະມິດທີ່ໝັ້ນຄົງໜັກແໜ້ນ

(VOVWORLD) -ວັນທີ 29 ພຶດສະພາ, ທີ່ການຕ້ອນຮັບທ່ານປະທານຄະນະກຳມະການກຳລັງທະຫານສະພາຕ່່ຳອາເມລິກາ Mac Thornberry ພວມຢ້ຽມຢາມເຊີອຸນ, ປະເທດສ.ເກົາຫຼີ

ສ.ເກົາຫຼີແລະອາເມລິກາຢືນຢັນຄືນໃໝ່ການພົວພັນແບບພັນທະມິດທີ່ໝັ້ນຄົງໜັກແໜ້ນ - ảnh 1 ສ.ເກົາຫຼີແລະອາເມລິກາຢືນຢັນຄືນໃໝ່ການພົວພັນ

ແບບພັນທະມິດທີ່ໝັ້ນຄົງໜັກແໜ້ນ

(ພາບ: YONHAP/TTXVN)

ທ່ານປະທານສະພາປ້ອງກັນຄວາມສະຫງົບແຫ່ງຊາດສ.ເກົາຫຼີ Chung Eui-yong ໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາຂອງສ.ເກົາຫຼີ ສຳລັບການພົວພັນແບບພັນທະມິດທີ່ໝັ້ນຄົງໜັກແໜ້ນກວ່າອີກກັບອາເມລິກາ. ສ່ວນທ່ານ Mac Thornberry ໄດ້ຢືນຢັນຄືນໃໝ່ການສະໜັບສະໜູນຂອງສະພາແຫ່ງຊາດອາເມລິກາ ສຳລັບການພົວພັນດັ່ງກ່າວກັບສ.ເກົາຫຼີ, ພ້ອມທັງສະແດງຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບອຳນາດການປົກຄອງຂອງທ່ານປະທານາທິບໍດີຄົນໃໝ່ Moon Jae-in. ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດສ.ເກົາຫຼີ han Min-koo ກໍໄດ້ມີການພົບປະກັບບັນດາສະມາຊິກສະພາແຫ່ງຊາດພາອາເມລິກາ ທີ່ພວມຢ້ຽມຢາມປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ