ຫຼຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ-19 ທີ່ມີຕໍ່ບັນດາກຸ່ມເປົ້າໝາຍມີຄວາມສ່ຽງສູງກ່ວາໝູ່ໃນອາຊຽນ

(VOVWORLD) -ຕອນບ່າຍວັນທີ 10 ມິຖຸນາ, ກອງປະຊຸມພິເສດບັນດາລັດຖະມົນຕີອາຊຽນ ຮັບຜິດຊອບດ້ານສະຫວັດດີການສັງຄົມ ແລະ ພັດທະນາ ແນໃສ່ ຫຼຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ-19 ທີ່ມີຕໍ່ບັນດາກຸ່ມເປົ້າໝາຍມີຄວາມສ່ຽງສູງກ່ວາໝູ່ ໄດ້ຖືກຈັດຂຶ້ນທາງອອນລາຍ. ກອງປະຊຸມແມ່ນຂໍ້ລິເລີ່ມຂອງປະເທດ ສ.ປ.ປ.ລາວ ດ້ວຍບົດບາດເປັນປະທານລັດຖະມົນຕີອາຊຽນ ຮັບຜິດຊອບດ້ານສະຫວັດດີການສັງຄົມ ແລະ ພັດທະນາ. 
ຫຼຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ-19 ທີ່ມີຕໍ່ບັນດາກຸ່ມເປົ້າໝາຍມີຄວາມສ່ຽງສູງກ່ວາໝູ່ໃນອາຊຽນ - ảnh 1 ທ່ານ ລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ດາວງອກຢຸງ

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມໃນຈຸດຖ່າຍທອດທີ່ຮ່າໂນ້ຍ, ທ່ານ ລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ດາວງອກຢຸງ ໃຫ້ຮູ້ວ່າ : ເພື່ອຮັບປະກັນການໜູນຊ່ວຍສັງຄົມໃນສະພາບເກີດ ໂລກລະບາດໂຄວິດ-19, ລັດຖະບານຫວຽດນາມ ໄດ້ຍົກອອກບ້ວງເງິນໜູນຊ່ວຍສັງຄົມດ້ວຍມູນຄ່າ 62. 000 ຕື້ກວ່າດົງເພື່ອຫນູນຊ່ວຍບັນດາກຸີ່ມເປົ້າໝາຍທີ່ແຕກຕ່າງກັນ. ນີ້ແມ່ນ ບ້ວງເງິນໜູນຊ່ວຍສັງຄົມຮອບດ້ານ ເພື່ອແນໃສ່ເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນ, ພິເສດແມ່ນບັນດາກຸ່ມເປົ້າໝາຍດ້ອຍໂອກາດ.

    ທີ່ກອງປະຊຸມ, ລັດຖະມົນຕີ 10 ທ່ານ ຮັບຜິດຊອບດ້ານສະຫວັດດີການສັງຄົມ ແລະ ພັດທະນາສັງຄົມ ທີ່ມາຈາກບັນດາປະເທດສະມາຊິກອາຊຽນ ໄດ້ເຫັນດີເປັນເອກະສັນຮັບຮອງຖະແຫຼງການຮ່ວມກ່ຽວກັບການ ຫຼຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ-19 ທີ່ມີຕໍ່ບັນດາກຸ່ມເປົ້າໝາຍມີຄວາມສ່ຽງສູງກ່ວາໝູ່ໃນອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ