ຫວຽດນາມ: FDI ໃນ 9 ເດືອນທີ່ຜ່ານມາເພີ່ມຂຶ້ນ 4,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

(VOVWORLD) -ຍອດຈຳນວນເງິນລົງທຶນໂດຍກົງຂອງຕ່າງປະເທດ FDI ຢູ່ຫວຽດນາມ  ໃນ 9 ເດືອນທີ່ຜ່ານມາຍັງຄົງບັນລຸ 22,15 ຕື້ USD ,ເພີ່ມຂຶ້ນ 4,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ
ຫວຽດນາມ: FDI ໃນ 9 ເດືອນທີ່ຜ່ານມາເພີ່ມຂຶ້ນ 4,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ - ảnh 1(ພາບປະກອບ)

   ເຖິງວ່າ ຮັບຜົນສະທ້ອນຈາກໂລກລະບາດໂຄວິດ-19 ຢ່າງໜັກກໍຕາມ, ແຕ່ຍອດຈຳນວນເງິນລົງທຶນໂດຍກົງຂອງຕ່າງປະເທດ FDI ຢູ່ຫວຽດນາມ  ໃນ 9 ເດືອນທີ່ຜ່ານມາຍັງຄົງບັນລຸ 22,15 ຕື້ USD ,ເພີ່ມຂຶ້ນ 4,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.  ເຖິງວ່າ ພວມຮັບຜົນສະທ້ອນຈາກໂລກລະບາດໂຄວິດ-19 ຢ່າງໜັກກໍຕາມ, ແຕ່ບັນດາແຂວງທາງພາກໃຕ້ຫວຽດນາມຍັງຄົງສະແດງໃຫ້ເຫັນຄວາມດູດດື່ມສຳລັບນັກລົງທຶນຕ່າງປະເທດ, ແຂວງລອງອານ ນຳໜ້າດ້ວຍຍອດທຶນຈົດທະບຽນ 3,6 ຕື້ USD, ກວມເອົາ 16,4% ຍອດຈຳນວນເງິນລົງທຶນຈົດທະບຽນຢູ່ຫວຽດນາມນັບແຕ່ຕົ້ນປີມາຮອດປະຈຸບັນ. ຜ່ານນັ້ນ ກໍໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງນັກລົງທຶນຕ່າງປະເທດຕໍ່ແງ່ຫວັງຍາວນານຂອງເສດຖະກິດຫວຽດນາມ.

    ໃນ 9 ເດືອນທີ່ຜ່ານມາ, ມີ94 ປະເທດ ແລະ ເຂດແຄ້ວນໄດ້ເຂົ້າມາລົງທຶນຢູ່ຫວຽດນາມ. ສິງກະໂປ ນຳໜ້າ ດ້ວຍ ຍອດຈຳນວນເງິນລົງທຶນເກືອບ 6,3 ຕຶ້ USD; ສ.ເກົາຫຼີ ລືນກາຍຍີປູ່ນເພື່ອຢັນອັນດັບທີ 2  ດ້ວຍຍອດຈຳນວນເງິນລົງທຶນ 3,9 ຕື້ USD, ຍີປຸ່ນຢືນອັນດັບທີ 3 ດ້ວຍຍອດຈຳນວນເງິນລົງທຶນ 3,3 ຕື້ USD      

ຕອບກັບ

ຂ່າວ/ບົດ​ອື່ນ