ຫວຽດນາມ ມອບເຄື່ອງວິໄຈໂຄວິດ-19 ຈຳນວນ 500 ຊຸດ ໃຫ້ ອິນໂດເນເຊຍ

(VOVWORLD) - ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ມອບບັນດາເຄື່ອງວິໄຈໄວຣັດ SARS-COV-2 ໃຫ້ປະເທດ ອິນໂດເນເຊຍ ຄືດັ່ງຂອງຂວັນແຫ່ງຄວາມມິດຕະພາບ, ສະແດງໃຫ້ເຫັນຄວາມຕັດສິນໃຈ, ຮ່ວມແຮງຮ່ວມໃຈຄວບຄຸມໂລກລະບາດໂຄວິດ-19. 
ຫວຽດນາມ ມອບເຄື່ອງວິໄຈໂຄວິດ-19 ຈຳນວນ 500 ຊຸດ ໃຫ້ ອິນໂດເນເຊຍ  - ảnh 1 ຫວຽດນາມ ມອບເຄື່ອງວິໄຈໂຄວິດ-19 ຈຳນວນ 500 ຊຸດ ໃຫ້ ອິນໂດເນເຊຍ 

ບັນດາເຄື່ອງອຸປະກອນວິໄຈໄວຣັດ SARS-COV-2 ໂດຍ ຫວຽດນາມ ຄົ້ນຄວ້າ, ຜະລິດ ໄດ້ຮັບການຂົນສົ່ງທາງອາກາດໄປຍັງ ອິນໂດເນເຊຍ ໃນວັນທີ 05 ເມສາ ແລະ ໄດ້ສົ່ງເຖິງຫ້ອງທົດລອງຄົ້ນຄວ້າວິໄຈເຊື້ອພະຍາດຢູ່ໃຈກາງນະຄອນຫລວງ ຈາກາກຕາ ໃນທັນທີ.

    ປັດຈຸບັນ, ອິນໂດເນເຊຍ ພວມຕົກເຂົ້າໃນສະພາບການຂາດບັນດາເຄື່ອງອຸປະກອນການແພດ. ໄລ່ຮອດວັນທີ 04 ເມສາ, ມີພຽງແຕ່ 9.700 ຄົນທີ່ໄດ້ຮັບການວິໄຈໂຄວິດ-19 ໃນຍອດຈຳນວນ 260 ລ້ານຄົນຂອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ