ຫວຽດນາມ - ສ.ເກົາຫຼີ ແລກປ່ຽນຜູ້ຊ່ຽວຊານ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ຂະແໜງພະລັງງານນິວເຄຼຍ

ຫວຽດນາມ - ສ.ເກົາຫຼີ ແລກປ່ຽນຜູ້ຊ່ຽວຊານ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ຂະແໜງພະລັງງານນິວເຄຼຍ - ảnh 1
ເຕົາ​ປະຕິ​ກອນ​ນິວ​ເຄຼຍ
(ພາບປະກອບ)


(vovworld) - ການ​ແລກປ່ຽນ​ຜູ້​ຊ່ຽວຊານ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ຂະ​ແໜງ​ພະລັງງານ​ນິວ​ເຄຼຍ​ລະ​ຫວ່າງ ຫວຽດນາມ - ສ.​ເກົາຫຼີ ​ຈະ​ເລີ່​ມ​ປະຕິບັດ​ແຕ່​ເດືອນ 05/2014, ດ້ວຍ​ເລື່ອງ​ມະຫາວິທະຍາ​ໄລ Hanyang (ສ.​ເກົາຫຼີ) ​ຈັດສົ່ງຜູ້​ຊ່ຽວຊານ​ອັນ​ດັບ​ໜຶ່ງ​​ມາ​​ສິດ​ສອນ, ບຳລຸ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດໃຫ້​ຂະ​ແໜງ​ພະລັງງານ​ນິວ​ເຄຼຍຫວຽດນາມ ບາງມະຫາວິທະຍາ​ໄລ​ຂອງຫວຽດນາມ, ​ທຳ​ອິດ​​ແມ່ນມະຫາວິທະຍາ​ໄລ ດ່າ​ລາດ. ນອກຈາກ​ນັ້ນ, ມະຫາວິທະຍາ​ໄລ Hanyang ​ແລະ KNA ຈະ​ໜູນ​ຊ່ວຍ​ອຸປະກອນ​ເພ່ືອ​ສ້າງ​ຕັ້ງ​ບັນດາ​ຫ​້ອງທົດ​ລອງ, ຊ່ວຍ​ໃຫ້​ນັກ​ສຶກສາ​ຝຶກ​ອົບ​ຮົບ ​ແລະ ສຳ​ພັດ​ກັບ​ການ​ຄົ້ນຄ​ວ້ານິວ​ເຄຼຍ. ​ໃນ​ຕໍ່​ໜ້າ, ມະຫາວິທະຍາ​ໄລ Hanyang ຈະ​ຈຳລອງ​ລະບົບ​ທົດ​ລອງ​ເຕົາ​ປະຕິ​ກອນ​ນິວ​ເຄຼຍ ​ໃຫ້​ມະຫາວິທະຍາ​ໄລ ດ່າ​ລາດ ​ເພື່ອ​ໃຫ້​ນັກ​ສຶກສາ​ສຳ​ພັດ​ກັບ​ສະພາບ​​ເຮັດ​ວຽກ​ໃນ​ເຕົາ​ປະຕິ​ກອນ​ນິວ​ເຄຼຍ. ຄູ່​ຮ່ວມ​ມື ສ.​ເກົາ​ຫຼີ ຍັງສະໜອງ​ເອກະສານ​ການສິດສອນດ້ວຍ​ພາສາ​ອັງກິດກ່ຽວ​ກັບ​ພະລັງງານ​ນິວ​ເຄຼຍ​ໃຫ້​ມະຫາວິທະຍາ​ໄລ​ດ່າ​ລາດ ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ