ຫວຽດນາມ ເຂົ້າຮ່ວມ ງານຕະຫລາດນັດ ການທ່ອງທ່ຽວ ການາດາ

ຫວຽດນາມ ເຂົ້າຮ່ວມ     ງານຕະຫລາດນັດ    ການທ່ອງທ່ຽວ ການາດາ - ảnh 1
ຮ້ານວາງສະແດງ ແລະ ໂຄສະນາການທ່ອງທ່ຽວຫວຽດນາມທີ່
ງານຕະຫລາດນັດການທ່ອງທ່ຽງການາດາ
ພາບ:vietnamplus.vn


(vovworld) - ງານ​ຕະຫລາດນັດ​ການທ່ອງທ່ຽວ ກາ​ນາ​ດາ ຄັ້ງທີ 18 ​ໄຂ​ຂຶ້ນ​ໃນ​ວັນ​ທີ 10/3 ຢູ່​ສູນ​ກອງ​ປະຊຸມ ອົດ​ຕະອວາ ຂອງ​ກາ​ນາ​ດາ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ເກືອບ 200 ບໍລິສັດ​ທ່ອງ​ທ່ຽວ​ທີ່​ມາ​ຈາກ 60 ປະ​ເທດ​ໃນ​ໂລກ, ​ໃນ​ນັ້ນ ມີ​ຫວຽດນາມ. ຕາມ​ທ່ານ ​        ເລ​ສີ​ເວື​ອງຮ່າ ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳກາ​ນາ​ດາ ​ແລ້ວ, ການ​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ​ປ​ະຈຳປີ ​ເພື່ອ​ໂຄສະນາ​ພາບ​ພົດ​ຂອງ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ ກັບ​ເພື່ອນ​ມິດ​ກາ​ນາ​ດາ. ກ່າວ​ຄຳ​ເຫັນ​ໄຂ​ງານ​ຕະຫລາດນັດ, ທ່ານ Ablonczy ລັດຖະມົນຕີ​ການ​ຕ່າງປະ​ເທດ ຮັບຜິດຊອບ​ບັນຫາ​ທະວີ​ບອາ​ເມ​ລິ​ກາ ​ແລະ ກົງ​ສູນ ຂອງ​ລັດຖະບານ ກາ​ນາ​ດາ ​ໄດ້​ເນັ້ນ​ຫນັກ​ວ່າ ຊາວ​ກາ​ນາ​ດາ ມັກ​ໄປ​ທ່ອງ​ທ່ຽວ ​ແລະ ປາດ​ຖະຫນາ​ຢາກ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຫລາຍ​ແຫ່ງ​ໃນ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ