ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສາກົນຂອງເຄືອຂ່າຍສວນສາທາລະນະທໍລະນີທົ່ວໂລກ UNESCO ພາກພື້ນ ອາຊີ - ປາຊີຟິກ

(VOVWORLD) - ນີ້ແມ່ນແຫຼ່ງຂໍ້ມູນທີ່ໄດ້ຍົກອອກມາໃນກອງປະຊຸມຖະແຫຼງຂ່າວຈັດຂຶ້ນໃນຕອນບ່າຍວັນທີ 22 ສິງຫາ, ຢູ່ ຮ່າໂນ້ຍ.
ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສາກົນຂອງເຄືອຂ່າຍສວນສາທາລະນະທໍລະນີທົ່ວໂລກ UNESCO ພາກພື້ນ ອາຊີ - ປາຊີຟິກ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: baoquocte.vn)

        ກອງປະຊຸມຄັ້ງທີ 8 ຂອງເຄືອຂ່າຍສວນສາທາລະນະທໍລະນີທົ່ວໂລກ UNESCO ພາກພື້ນ ອາຊີ - ປາຊີຟິກ ປີ 2024 ດ້ວຍຫົວຂໍ້ “ປະຊາຄົມທ້ອງຖິ່ນ ແລະ ການພັດທະນາແບບຍືນຍົງໃນເຂດສວນສາທາລະນະທໍລະນີ”, ຈະຈັດຂຶ້ນແຕ່ວັນທີ 05 – 19 ກັນຍາ, ຢູ່ແຂວງ ກາວບັ່ງ. ເຫດການມີຜູ້ແທນຢູ່ພາຍໃນ ແລະ ຕ່າງປະເທດປະມານ 800 – 1.000 ຄົນເຂົ້າຮ່ວມ. ນີ້ແມ່ນແຫຼ່ງຂໍ້ມູນທີ່ໄດ້ຍົກອອກມາໃນກອງປະຊຸມຖະແຫຼງຂ່າວຈັດຂຶ້ນໃນຕອນບ່າຍວັນທີ 22 ສິງຫາ, ຢູ່ ຮ່າໂນ້ຍ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງລັດຖະມົນຕີ ຮ່າກິມງອັກ ຢືນຢັນວ່າ, ກອງປະຊຸມແມ່ນໂອກາດເພື່ອປະກອບສ່ວນການກຳນົດທີ່ຕັ້ງຂອງ ກາວບັ່ງ ເວົ້າສະເພາະ, ບັນດາທ້ອງຖິ່ນຂອງ ຫວຽດນາມ ເວົ້າລວມ ໃນແຜນທີ່ມໍລະດົກໂລກ. ນີ້ທັງແມ່ນໂອກາດເພື່ອເພີ່ມທະວີການເຊື່ອມຕໍ່ການຮ່ວມມືສາກົນ, ທັງແມ່ນໂອກາດເພື່ອໂຄສະນາບັນດາທ້ອງຖິ່ນຂອງ ຫວຽດນາມ ອອກສູ່ໂລກ ແລະ ນຳໂລກມາໃກ້ກັບ ຫວຽດນາມ ກວ່າ. ກອງປະຊຸມສະແດງໃຫ້ເຫັນບັນດາຄວາມມານະພະຍາຍາມ, ຄວາມຕັດສິນໃຈຂອງການນຳ, ປະຊາຊົນແຂວງ ກາວບັ່ງ ໃນການອະນຸລັກຮັກສາ, ປົກປັກຮັກສາ, ເສີມຂະຫຍາຍນາມມະຍົດສວນສາທາລະນະທໍລະນີທົ່ວໂລກແຂວງ ກາວບັ່ງ; ສະແດງໃຫ້ເຫັນໜ້າທີ່ຄວາມຮັບຜິດຊອບເປັນສະມາຊິກທີ່ຕັ້ງໜ້າຂອງເຄືອຂ່າຍ, ພ້ອມແລ້ວທີ່ຈະແບ່ງປັນບົດຮຽນທີ່ບັນລຸຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ