ຫວຽດນາມ ແລະ ອາເມລິກາ ສຸມໃສ່ແກ້ໄຂ ຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະ ປົກປັກຮັກສາສັນຕິພາບ

ຫວຽດນາມ ແລະ ອາເມລິກາ ສຸມໃສ່ແກ້ໄຂ ຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະ ປົກປັກຮັກສາສັນຕິພາບ - ảnh 1
(ພົນ​ໂທ ຫງວຽນ​ຈິ໋ວິ້ງ​ພົບ​ປ​ະ ​ແລະ ​ເຮັດ​ວຽກ​ກັບ​
ທ່ານ​ປະທານ​ສະພາ​ສູງ Patrick Leaht)


(vovworld) – ​ໃນ​ລະຫວ່າງ​ວັນ​ທີ 23 – 24/03, ຢູ່​ນະ​ຄອນຫຼວງ ວໍ​ຊິງ​ຕັນ, ປະ​ເທດ​ອາ​ເມ​ລິ​ກາ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ, ​ໂດຍ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ, ພົນ​ໂທ ຫງວຽນ​ຈິ໋ວິ້ງ ​ເປັນ​ຫົວ​ໜ້າ​ຄະນະ, ​ໄດ້​ມີ​ບັນດາ​ການ​ພົບ​ປ​ະ ​ແລະ ​ເຮັດ​ວຽກ​ກັບ​ທ່ານ​ປະທານ​ສະພາ​ສູງ Patrick Leaht ​ແລະ ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ​ອາ​ເມລິ​ກາ. ທີ່​ບັນດາ​ການ​ພົບ​ປະ, 2 ຝ່າຍ​ຖື​ວ່າ, ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາດ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ​ໃນ​ປະຈຸ​ບັນ,​ ສາມາດຕ້ອບສະໜອງ​ໄດ້ຜົນ​ປະ​ໂຫຍ​ດຂອງ 2 ຝ່າຍ, ​​ແທດ​ເໝາະ​ກັບ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ກ່ຽວ​ກັບ​ທິດ​ທາງ​ຮ່ວມ​ມື​ໃນ​​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ສຸມ​ໃສ່​ເຂົ້າ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງຈາກ​ສົງຄາມ​ຢູ່​ຫວຽດນາມ ຄື: ​ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ ​ແລະ ບັນດາ​ວັດ​ຖຸລະ​ເບີດ, ລ້າງ​ພິດ​ດີ​ໂອ​ຊີ​ນ ຢູ່​ບັນດາ​ເຂດ​ຖືກ​ມົນ​ລະ​ພິດ​ຢ່າງ​ໜັກ, ຊອກຫາ​ທະຫານ​ຫາຍ​ສາບ​ສູນ… 2 ຝ່າຍ​ເນັ້ນ​ໜັກ​ເຖິງ​​ເລື່ອງ​ຫວຽດນາມ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ​ສັນຕິພາບ ​ໄດ້​ສະ​ແດງ​ໃຫ້​ເຫັນ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ແຕ່ລະ​ປະ​ເທດ​ສະມາຊິກ​ສະຫະ​ປະຊາ​ຊາດ, ປະກອບສ່ວນ​ຍົກ​ສູງ​ທີ່​ຕັ້ງບົດບາດ ​ແລະ ອິດ​ທິພົນ​ຊື່​ສຽງ​ຂອງຫວຽດນາມ ບົນ​ເວທີ​ສາກົນ, ສະ​ນັ້ນ, ການ​ຮ່ວມ​ມື 2 ຝ່າຍ​ໃນ​ຂົງ​ເຂດ​ດັ່ງກ່າວ​ຕ້ອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ຍູ້​ແຮງ​ໃນ​ໄລຍະ​ຈະ​ມາ​ເຖິງ. ຝ່າຍ​ອາ​ເມ​ລິ​ກາ ກໍ່​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ປ້ອງ​ກັນ​ຊາດ​​ໃຫ້​ເໝາະສົມ​ກັບ​ການ​ພົວພັນ​ລວມ ບົນ​ພື້ນຖານ​ເຄົາລົບ​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດນາມ, ບໍ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ການ​ພົວພັນ​ລະຫວ່າງຫວຽດນາມ ກັບ​ບັນດາ​ປະ​ເທດ​ອື່ນ, ​ເພື່ອ​​ແນ​ໃສ່​ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການພັດທະນາ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

ຂ່າວ/ບົດ​ອື່ນ