ຫວຽດ​ນາມ ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ເປັນ​ຕ່ອງ​ໂສ້​ສຳ​ຄັນ​ໃນ​ຫຼາຍ​ລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ

(VOVWORLD) - ຫວຽດນາມ ຢັ້ງຢືນໄດ້ທີ່ຕັ້ງເປັນໜຶ່ງໃນບັນດາຕ່ອງໂສ້ສຳຄັນໃນລະບົບມູນຄ່າທົ່ວໂລກ, ໂດຍມີຜົນກະທົບຕໍ່ບັນດາກຳລັງໜູນເສດຖະກິດຂອງພາກພື້ນ ແລະ ໂລກ.
ຫວຽດ​ນາມ ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ເປັນ​ຕ່ອງ​ໂສ້​ສຳ​ຄັນ​ໃນ​ຫຼາຍ​ລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ - ảnh 1(ພາບປະກອບ: TTXVN)

ໃນເວັບໄຊ redlanternanalytica.com ຂອງກຸ່ມນັກສັງເກດການບັນດາບັນຫາສາກົນ Red Lantern Analytica  ທີ່ມີສຳນັກງານຕັ້ງຢູ່ ອິນເດຍ, ໄດ້ໃຫ້ຂໍ້ສັງເກດຜ່ານການປະຕິຮູບເສດຖະກິດວ່າ, ຫວຽດນາມ ຢັ້ງຢືນໄດ້ທີ່ຕັ້ງເປັນໜຶ່ງໃນບັນດາຕ່ອງໂສ້ສຳຄັນໃນລະບົບມູນຄ່າທົ່ວໂລກ, ໂດຍມີຜົນກະທົບຕໍ່ບັນດາກຳລັງໜູນເສດຖະກິດຂອງພາກພື້ນ ແລະ ໂລກ. ຕາມບົດຂຽນທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວແລ້ວ, ຫວຽດນາມ ໄດ້ກາຍເປັນຕ່ອງໂສ້ສຳຄັນໃນຫຼາຍລະບົບມູນຄ່າທົ່ວໂລກ, ພິເສດແມ່ນໃນບັນດາຂະແໜງການຜະລິດ ແລະ ສົ່ງອອກ, ດ້ວຍບັນດາຂະແໜງຈຸດສຸມ ຄື: ຕຳແຜ່ນຕັດຫຍິບ, ເອເລັກໂຕນິກ ແລະ ເຕັກນິກ. ຫວຽດນາມ ຢັ້ງຢືນໄດ້ທີ່ຕັ້ງເປັນຄູ່ແກ້ງແຍ້ງ ຍ້ອນມີທ່າໄດ້ປຽບກ່ຽວກັບຄ່າໃຊ້ຈ່າຍ, ທີ່ຕັ້ງຍຸດທະສາດ ແລະ ພື້ນຖານໂຄງລ່າງທີ່ໄດ້ຮັບການປົວແປງດີຂຶ້ນ. ບົດຂຽນ ໄດ້ສະຫຼຸບວ່າ ຫວຽດນາມ ມີຜົນກະທົບດ້ານເສດຖະກິດ ທີ່ນັບມື້ນັບໃຫຍ່ຂຶ້ນ ແລະ ມີຫຼາຍສາຍພົວພັນຄູ່ຮ່ວມມືຍຸດທະສາດ. ພ້ອມກັບທີ່ຕັ້ງຍຸດທະສາດນີ້, ຫວຽດນາມ ພວມມີທ່າໄດ້ປຽບໂດຍແມ່ນບັນດາໄມ້ງັດໃນການເຈລະຈາສາກົນຄັ້ງຕ່າງໆ ແລະ ຊ່ວຍກຳນົດໄດ້ນະໂຍບາຍເສດຖະກິດທົ່ວໂລກ. ບົດບາດຂອງ ຫວຽດນາມ ຈະນັບມື້ນັບມີຄວາມສຳຄັນໃນອະນາຄົດ.


ຕອບກັບ

ຂ່າວ/ບົດ​ອື່ນ